ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​ຄອບ​ຄົວ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Abe Shinzo

(VOVWORLD) -  ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນ ຢູ່ອາຊີ ແລະ ໃນໂລກ ໃນໄລຍະຜ່ານມາ ຈະ ສືບທອດ, ສືບຕໍ່ປະຕິບັດຄວາມມຸ່ງຫວັງ ຂອງທ່ານອະດີດນາຍົກລັດຖະມົນຕີ Abe.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​ຄອບ​ຄົວ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Abe Shinzo - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາງ Akie Abe, ພັນລະຍາທ່ານອະດີດນາຍົກລັດຖະມົນຕີ Abe (ພາບ: VGP)

ວັນທີ 18 ທັນວາ, ຢູ່ນະຄອນຫຼວງ ໂຕກຽວ (ຍີ່ປຸ່ນ), ໃນຂອບເຂດການເດີນທາງໄປປະຕິບັດງານ ເຂົ້າຮ່ວມກອງປະຊຸມ ສຸດຍອດ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຄອບຄົວທ່ານອະດີດ ນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ທ່ານອະດີດ ນາຍົກລັດຖະມົນຕີ Abe ແມ່ນເພື່ອນມິດຜູ້ຍິ່ງໃຫຍ່, ສະໜິດສະໜົມຂອງລັດຖະບານ, ປະຊາຊົນຫວຽດນາມ, ຕີລາຄາວ່າ ການພົວພັນຫວຽດນາມ - ຍີ່ປຸ່ນ ພາຍໃຕ້ ການຊີ້ນຳຂອງທ່ານ Abe ໃນຖານະຕຳແໜ່ງເປັນນາຍົກລັດຖະມົນຕີກໍ່ ບັນລຸໄດ້ບັນດາບາດກ້າວພັດທະນາຢ່າງແຮງ ເມື່ອສອງປະເທດ ຍົກສູງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນ ຢູ່ອາຊີໃນປີ 2014. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນ ຢູ່ອາຊີ ແລະ ໃນໂລກ ໃນໄລຍະຜ່ານມາ ຈະ ສືບທອດ, ສືບຕໍ່ປະຕິບັດຄວາມມຸ່ງຫວັງ ຕອນທີ່ທ່ານອະດີດນາຍົກລັດຖະມົນຕີ Abe ຍັງມີຊີວິດ ຢູ່ກ່ຽວກັບການພັດທະນາຂອງການພົວພັນ ຫວຽດນາມ - ຍີ່ປຸ່ນ.

ສ່ວນທ່ານນາງ Akie Abe, ພັນລະຍາທ່ານອະດີດນາຍົກລັດຖະມົນຕີ Abe ໄດ້ສະແດງຄວາມຂອບໃຈການແບ່ງປັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານນາງ ຢັ້ງຢືນຈະສືບຕໍ່ປະຕິບັດຄວາມມຸ່ງຫວັງຂອງທ່ານອະດີດນາຍົກລັດຖະມົນຕີ Abe ກ່ຽວກັບການເຮັດໃຫ້ການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ ເລິກເຊິ່ງກ່ວາອີກຜ່ານບັນດາການເຄື່ອນໄຫວ ຊຸກຍູ້ການພົບປະແລກປ່ຽນວັດທະນະທຳ, ການສຶກສາ, ການກຸສົນ, ເພີ່ມທະວີນ້ຳໃຈ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ