ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ຝ​ລັ່ງ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ສິນ​ຄ້າ​ສົ່ງ​ອອກ​ຂອງ ຫວຽດ​ນາມ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ຍາດແຍ່ງເອົາກາລະໂອກາດທີ່ໃຫຍ່ຫຼວງຈາກສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (ອີຢູ) ເພື່ອແນໃສ່ເພີ່ມທະວີການແລກປ່ຽນການຄ້າສອງຝ່າຍ. ທ່ານນາຍົກລັດຖະມົນຕີກໍສະເໜີໃຫ້ ຝລັ່ງ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການພົວພັນລົງທຶນຢ່າງຍຸຕິທຳ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ຝ​ລັ່ງ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ສິນ​ຄ້າ​ສົ່ງ​ອອກ​ຂອງ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານOlivier Becht, ລັດຖະມົນຕີຮັບຜິດຊອບການຄ້າຕ່າງປະເທດ, ຊຸກຍູ້ການພັດທະນາເສດຖະກິດ ແລະ ຊາວ ຝລັ່ງ ຢູ່ຕ່າງປະເທດ (ພາບ: VGP)

ຕອນບ່າຍວັນທີ 1 ມີນາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Olivier Becht, ລັດຖະມົນຕີຮັບຜິດຊອບການຄ້າຕ່າງປະເທດ, ຊຸກຍູ້ການພັດທະນາເສດຖະກິດ ແລະ ຊາວ ຝລັ່ງ ຢູ່ຕ່າງປະເທດ, ເຊິ່ງພວມຢູ່ຢ້ຽມຢາມ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ຝລັ່ງ; ສະເໜີ ຝລັ່ງ ສ້າງເງື່ອນໄຂສະດວກໃຫ້ສິນຄ້າສົ່ງອອກຂອງ ຫວຽດນາມ, ໂດຍສະເພາະແມ່ນຜະລິດຕະພັນກະເສດ, ສິນໃນນ້ຳ ຫວຽດນາມ ໄດ້ສົ່ງໄປຍັງຕະຫຼາດ ຝລັ່ງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ຍາດແຍ່ງເອົາກາລະໂອກາດທີ່ໃຫຍ່ຫຼວງຈາກສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (ອີຢູ) ເພື່ອແນໃສ່ເພີ່ມທະວີການແລກປ່ຽນການຄ້າສອງຝ່າຍ. ທ່ານນາຍົກລັດຖະມົນຕີກໍສະເໜີໃຫ້ ຝລັ່ງ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການພົວພັນລົງທຶນຢ່າງຍຸຕິທຳ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ສ່ວນທ່ານລັດຖະມົນຕີ Olivier Becht ຢັ້ງຢືນວ່າ ຈະສືບຕໍ່ຊຸກຍູ້ການຮ່ວມມື ຫວຽດນາມ - ຝລັ່ງ ໃນບັນດາຂົງເຂດທີ່ ຝລັ່ງ ມີທ່າແຮງ, ເປັນຕົ້ນແມ່ນ: ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພື້ນຖານໂຄງລ່າງທາງຄົມມະນາຄົມ, ສາທາລະນະສຸກ, ພະລັງງານ, ການບິນ, ລັດຖະບານດີຈີຕອນ; ພ້ອມທັງເນັ້ນໜັກວ່າ ລັດຖະບານ ຝລັ່ງ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ ຝລັ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ