(VOVWORLD) -ຕອນບ່າຍວັນທີ 12 ພະຈິກ, ຢູ່ນະຄອນຫຼວງພະນົມເປັນ, ກຳປູເຈຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍການນຳບັນດາປະເທດ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ລະຫວ່າງ ອາຊຽນ ກັບແຕ່ລະຄູ່ຮ່ວມມືຄື ຍີ່ປຸ່ນ, ອາເມລິກາ ແລະ ການາດາ.
ກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 25 (ພາບ: VGP) |
ທີ່ກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 25, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນພັດທະນາ ແມ່ນພື້ນຖານ, ກຳລັງໜູນ ແລະ ແມ່ນບຸລິມະສິດການຮ່ວມມືລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ. ລັດຖະບານບັນດາປະເທດ ອາຊຽນ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ, ນັກລົງທຶນ ຍີ່ປຸ່ນ ເປີດກວ້າງການຜະລິດ, ດຳເນີນທຸລະກິດ; ພ້ອມທັງຫວັງວ່າ ຍີ່ປຸ່ນ ຈະສ້າງເງື່ອນໄຂສະດວກແກ່ການສົ່ງອອກຜະລິດຕະພັນກະເສດຂອງ ຫວຽດນາມ ແລະ ບັນດາປະເທດ ອາຊຽນ ໃຫ້ຫຼາຍກວ່າອີກ, ຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍ ເພີ່ມທະວີການພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ຫວັງວ່າ ຍີ່ປຸ່ນ ຈະໜູນຊ່ວຍ ອາຊຽນ ຊຸກຍູ້ການຫັນເປັນດີຈີຕອນພະລັງງານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ; ໃຫ້ບຸລິມະສິດພັດທະນາພື້ນຖານໂຄງລ່າງຍຸດທະສາດຢູ່ບັນດາປະເທດ ອາຊຽນ.
ກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ຄັ້ງທີ 10 (ພາບ:VGP ) |
ໃນກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ຄັ້ງທີ 10, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ໄລຍະຈະມາເຖິງ, ອາຊຽນ ແລະ ອາເມລິກາ ຕ້ອງໃຫ້ບຸລິມະສິດໃນການຍູ້ແຮງການແລກປ່ຽນການຄ້າ, ການລົງທຶນ, ຍູ້ແຮງບັນດາຄວາມມານະພະຍາຍາມຟື້ນຟູແບບຍືນຍົງພາຍຫຼັງໂລກລະບາດ. ທ່ານກໍສະເໜີ ອາເມລິກາ ໃຫ້ການໜູນຊ່ວຍສິນຄ້າ ຂອງບັນດາປະເທດ ອາຊຽນ ໄດ້ເປີດກວ້າງຢູ່ຕະຫຼາດ ອາເມລິກາ, ພ້ອມທັງຊ່ວຍຫັນເປັນໂຄງປະກອບເສດຖະກິດ, ພັດທະນາເສດຖະກິດດີຈີຕອນ, ການຄ້າເອເລັກໂຕນິກ. ພ້ອມດຽວກັນນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍຫວັງວ່າ ອາເມລິກາ ສືບຕໍ່ໜູນຊ່ວຍ ອາຊຽນ ພັດທະນາແບບຍືນຍົງຢູ່ອະນຸພາກພື້ນ ແມ່ນ້ຳຂອງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ (ພາບ: VGP) |
ສ່ວນໃນກອງປະຊຸມສຸດຍອດ 45 ປີ ແຫ່ງການສ້າງຕັ້ງສາຍພົວພັນ ອາຊຽນ - ການາດາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ສະໜັບສະໜູນຕໍ່ຫຼັກການຍົກສູງສາຍພົວພັນ ອາຊຽນ ການາດາ ໃຫ້ຂຶ້ນເປັນສາຍພົວພັນຄູ່ຮ່ວມມືຍຸດທະສາດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ອາຊຽນ ແລະ ການາດາ ຕ້ອງໃຫ້ບຸລິມະສິດໃນການຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ໃນນັ້ນ ການຜັນຂະຫຍາຍສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໃຫ້ມີປະສິດທິຜົນ ແລະ ມານະພະຍາຍາມດຳເນີນການເຈລະຈາສ້າງສັນຍາການຄ້າເສລີລະຫວ່າງສອງຝ່າຍ. ທ່ານກໍຮຽກຮ້ອງໃຫ້ບັນດາວິສາຫະກິດ ການາດາ ມາລົງທຶນຢູ່ ບັນດາປະເທດ ອາຊຽນ ໃຫ້ຫຼາຍກວ່າອີກ ແລະ ໜູນຊ່ວຍວິສາຫະກິດຂອງ ອາຊຽນ ເຂົ້າຮ່ວມລະບົບສະໜອງທົ່ວໂລກ.
ໃນຕອນຄ່ຳວັນທີ 12 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍການນຳບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມື ໄດ້ເຂົ້າຮ່ວມງານລ້ຽງໂດຍທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ເປັນປະທານ.