ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີອອກ​ຄຳ​ສັ່ງ​ເຄື່ອນ​ພົນ​ທຳ​ການຜະ​ລິດ​ຕົ້ນ​ປີ​ຢູ່​ ເຕິນ​ກາງກາດ​ລາຍ

(VOVWORLD) - ຕອນຄ່ຳວັນທີ 29 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີອອກຄຳສັ່ງເຄື່ອນພົນທຳການຜະລິດຍາມຕົ້ນປີຂອງ ທ່າກ່ຳປັ່ນ ເຕິນກາງກາດລາຍ ຂຶ້ນກັບບໍລິສັດໃຫຍ່ ເຕິນກາງໄຊ່ງ່ອນ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີອອກ​ຄຳ​ສັ່ງ​ເຄື່ອນ​ພົນ​ທຳ​ການຜະ​ລິດ​ຕົ້ນ​ປີ​ຢູ່​ ເຕິນ​ກາງກາດ​ລາຍ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ບັນດາຕູ້ຄອນເທນເນີບັນທຸກສິນຄ້າສົ່ງອອກໃນຕົ້ນລະດູບານໃໝ່ປີແມວ 2023 ນີ້ ໄດ້ເຈືອຈານເຂົ້າໃນຄວາມຫວັງ, ຄວາມເຊື່ອໝັ້ນຕໍ່ການເຄື່ອນໄຫວສົ່ງອອກທີ່ຄຶກຄື້ນ, ປະສົບຜົນສຳເລັດຂອງທັງປີ, ດ້ວຍວົງເງິນການເຕີບໂຕຢ່າງແຮງ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ປີນີ້, ສະພາບການເສດຖະກິດໂລກ ກໍຄື ຢູ່ພາຍໃນປະເທດ ຍັງມີການຜັນແປສັບສົນຫຼາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້; ໃນນັ້ນ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຈະຫຼາຍກວ່າເກົ່າ. ເຖິງຢ່າງໃດກໍຕາມ, ຫວຽດນາມ ຍັງມີຄວາມເຊື່ອໝັ້ນວ່າຈະປະຕິບັດສຳເລັດຫຼາຍເປົ້າໝາຍພັດທະນາເສດຖະກິດ, ສັງຄົມ: ຮັກສາສະພາບການເສດຖະກິດມະຫາພາກທີ່ເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຊຸກຍູ້ການເຕີບໂຕ ແລະ ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ທ່ານເຊື່ອໝັ້ນວ່າ ປີນີ້ ຈະສືບຕໍ່ເປັນປີບັນລຸຜົນສຳເລັດສຳລັບບໍລິສັດໃຫຍ່ ເຕິນກາງໄຊງ່ອນ ດ້ວຍຜົນງານທີ່ພົ້ນເດັ່ນ ແລະ ບັນລຸຫຼາຍຂີດໝາຍເຕີບໂຕໃໝ່, ມຸ່ງໄປເຖິງເປົ້າໝາຍກາຍເປັນ “ກຸ່ມບໍລິສັດເສດຖະກິດ - ປ້ອງກັນຊາດແຖວໜ້າຂອງ ຫວຽດນາມໃນຂົງເຂດເສດຖະກິດທະເລ ແລະ ການບໍລິການ logistics; ເປັນເຄື່ອງໝາຍການຄ້າທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄຸນນະພາບໃນທົ່ວໂລກ”.

ຫວູຄວຽນ.


ຕອບກັບ

ຂ່າວ/ບົດ​ອື່ນ