ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່ ກຸ່ມ​ບໍ​ລິ​ສັດ​ພະ​ລັງ​ງານ ປະ​ລະ​ມາ​ນູ​ແຫ່ງ​ຊາດ ລັດ​ເຊຍ

(VOVWORLD) - ທ່ານ A.E.Likhachev ຢັ້ງຢືນວ່າ ລັດເຊຍ ແລະ Rosatom ປາດຖະໜາ ຢາກສືບຕໍ່ຊຸກຍູການຮ່ວມມື ກັບ ຫວຽດນາມ ໃນບັນດາຂົງເຂດເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ສະເໜີເປັນຕົ້ນແມ່ນການຄົ້ນຄ້ວາ ກ່ຽວກັບວິທະຍາສາດນິວເຄຼຍ ແລະ ບັນດາຂົງເຂດອື່ນໆ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່ ກຸ່ມ​ບໍ​ລິ​ສັດ​ພະ​ລັງ​ງານ ປະ​ລະ​ມາ​ນູ​ແຫ່ງ​ຊາດ ລັດ​ເຊຍ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ A.E.Likhachev ອຳນວຍການໃຫຍ່ ກຸ່ມບໍລິສັດພະລັງງານ ປະລະມານູແຫ່ງຊາດ ລັດເຊຍ (Rosatom) (ພາບ: VGP)

ຕອນບ່າຍວັນທີ 19 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ A.E.Likhachev ອຳນວຍການໃຫຍ່ ກຸ່ມບໍລິສັດພະລັງງານ ປະລະມານູແຫ່ງຊາດ ລັດເຊຍ (Rosatom) ທີ່ພວມມີການເຮັດວຽກ ຢູ່ ຫວຽດນາມ, ເນື່ອງໃນໂອກາດການຢ້ຽມຢາມຂອງ ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ຫວຽດນາມ ຍັງບໍ່ທັນມີແຜນນະໂຍບາຍກັບຄືນໄປພັດທະນາການຜະລິດໄຟຟ້າ ນິວເຄຼຍ ແຕ່ຈະສືບຕໍ່ຄົ້ນຄ້ວາ, ພິຈາລະນາພະລັງງານນິວເຄຼຍ ຄືວິທີການສຳຄັນໃນການປະຕິບັດຄຳໝັ້ນສັນຍາປ່ອຍອາຍພິດລົງລະດັບ 0 ໃນປີ 2050, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຮັບໃຊ້ການພັດທະນາປະເທດຊາດ.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ລັດເຊຍ ແລະ Rosatom ສືບຕໍ່ໜູນຊ່ວຍ ຫວຽດນາມ ກ່ຽວກັບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ວິທະຍາສາດນິວເຄຼຍ, ການເຄືອນໄຫວຂອງເຕົ້າປະຕິກອນຄົ້ນຄ້ວານິວເຄຼຍ ດາລາດ, ສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນຂໍ້ມູນ, ແກ້ໄຂຂໍ້ຕິດຂັດຢ່າງທັນການ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມກ້າວໜ້າຂອງແຜນການກໍ່ສ້າງສູນຄົ້ນຄ້ວາວິທະຍາສາດເຕັກໂນໂລຢີ ນິວເຄຼຍ ຢູ່ ດົ່ງນາຍ.

ສ່ວນທ່ານ A.E.Likhachev ຢັ້ງຢືນວ່າ ລັດເຊຍ ແລະ Rosatom ປາດຖະໜາ ຢາກສືບຕໍ່ຊຸກຍູການຮ່ວມມື ກັບ ຫວຽດນາມ ໃນບັນດາຂົງເຂດເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ສະເໜີເປັນຕົ້ນແມ່ນການຄົ້ນຄ້ວາ ກ່ຽວກັບວິທະຍາສາດນິວເຄຼຍ ແລະ ບັນດາຂົງເຂດອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ