ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມເທື່ອທີ 2, ຄະນະຊີ້ນຳການປະຕິຮູບດ້ານການບໍລິຫານຂອງລັດຖະບານ

(VOVWORLD) -ການປະຕິຮູບດ້ານການບໍລິຫານແມ່ນພາກສ່ວນສຳຄັນໃນຍຸດທະສາດບຸກທະລຸກ່ຽວກັບການສ້າງລະບອບລະບຽບການໃຫ້ສົມບູນແບບ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມເທື່ອທີ 2, ຄະນະຊີ້ນຳການປະຕິຮູບດ້ານການບໍລິຫານຂອງລັດຖະບານ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ
(ພາບ: TTXVN)

        ຕອນເຊົ້າວັນທີ 19 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ຫົວໜ້າຄະນະຊີ້ນຳການປະຕິຮູບດ້ານການບໍລິຫານຂອງລັດຖະບານ (ຄະນະຊີ້ນຳ), ເປັນປະທານກອງປະຊຸມເທື່ອທີ 2 ຂອງຄະນະຊີ້ນຳ ເພື່ອຕີລາຄາໝາກຜົນວຽກງານໃນ 9 ເດືອນຕົ້ນປີ 2022, ຜັນຂະຫຍາຍບັນດາໜ້າທີ່ໃນຊຸມເດືອນທ້າຍປີ 2022.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ, ການປະຕິຮູບດ້ານການບໍລິຫານແມ່ນພາກສ່ວນສຳຄັນໃນຍຸດທະສາດບຸກທະລຸກ່ຽວກັບການສ້າງລະບອບລະບຽບການໃຫ້ສົມບູນແບບ; ແມ່ນຂອດສຳຄັນເພື່ອສ້າງ, ປັບປຸງລັດແຫ່ງກົດໝາຍສັງຄົມນິຍົມ, ໝັ້ນຄົງເຂັ້ມແຂງ, ບັນລຸປະສິດທິຜົນ, ເພື່ອການພັດທະນາຂອງປະເທດຊາດ. ໃນ 9 ເດືອນຜ່ານມາ, ວຽກງານປະຕິຮູບດ້ານການບໍລິຫານໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ ແລະ ບັນລຸໝາກຜົນທີ່ຕັ້ງໜ້າ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ເຖິງຢ່າງໃດກໍ່ຕາມ, ພ້ອມກັບໝາກຜົນທີ່ບັນລຸໄດ້ນັ້ນ, ຍັງມີສິ່ງຄົງຄ້າງ, ຂໍ້ຈຳກັດ, ຄວາມຫຍຸ້ງຍາກ, ຂໍ້ຕິດຂັດຕ້ອງໄດ້ແກ້ໄຂໂດຍໄວ ເພື່ອລະດົມ ແລະ ນຳໃຊ້ທຸກແຫຼ່ງກຳລັງໃຫ້ແກ່ການຟື້ນຟູ, ພັດທະນາປະເທດຊາດໃຫ້ຍືນຍົງໃນສະພາບການປະຈຸບັນໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ