ທ່ານນາຍົກລັດຖະມົນຕີ ຢູແກຼນ Mikolai Azarov ແລະ
ທ່ານນາຍົກລັດຖະມົນຕີ Nguyen Tan Dung
ພາບ:internet
|
(vovworld) - ຕອນຄຳ່ວັນທີ 16/11, ທ່ານນາຍົກລັດຖະມົນຕີ ຢູແກຼນ Mikolai Azarov ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຢູແກຼນ ເດີນທາງອອກຈາກຮ່າໂນ້ຍ ສິ້ນສຸດການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຕາມຄຳເຊີນຂອງນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung. ກ່ອນຫນ້ານັ້ນ, ທ່ານນາຍົກລັດຖະມົນຕີ ຢູແກຼນ Mikolai Azarov ໄດ້ເຂົ້າຢ້ຽມຂຳ່ນັບປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung. ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ຢືນຢັນວ່າ: ສະພາແຫ່ງຊາດ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສະຫນັບສະຫນູນການພົວພັນລະຫວ່າງ ລັດຖະບານ ຫວຽດນາມ ແລະ ລັດຖະບານ ຢູແກຼນ ເພື່ອຈຸດໝາຍຍົກສູງການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດຍີ່ງກວ່າອີກ. ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ປາດຖະຫນາວ່າ: ສະພາແຫ່ງຊາດສອງປະເທດ ນັບມື້ນັບຍູ້ແຮງການພົວພັນຮ່ວມມື, ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫລາຍດ້ານລະຫວ່າງສອງລັດ, ສອງປະເທດ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຍັງຢືນຢັວ່າວ່າ: ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ພັດທະນາການພົວພັນລະຫວ່າງ ຢູແກຼນ ກັບບັນດາປະເທດ ອາຊຽນ ເພື່ອສັນຕິພາບ,ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ, ປາດຖະຫນາຢາກສອງປະເທດ ຫວຽດນາມ ແລະ ຢູແກຼນ ສືບຕໍ່ຊຸກຍູ້ບັນດາໂຄງການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ. ທ່ານນາຍົກລັດຖະມົນຕີ ຢູແກຼນ Mikolai Azarov ປາດຖະຫນາ, ສະພາແຫ່ງຊາດ ສອງປະເທດສືບຕໍ່ມີການເຄື່ອນໄຫວຮ່ວມມືກວ່າອີກ, ເປັນຕົ້ນແມ່ນການເຄື່ອນໄຫວຂອງກຸ່ມສະມາຊິກສະພາແຫ່ງຊາດ ເພື່ອຮັບປະກັນບັນດາໂຄງການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບປະສິດທິຜົນ ເພື່ອຜົນປະໂຫຍດຂອງແຕ່ລະຝ່າຍ.