ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວັນ​ຟຸກ: ການ​ວາງ​ແຜນ​ຜັງພັດ​ທະ​ນາ​ຕົວ​ເມືອງ​ຕ້ອງ​ມີ​ວິ​ໄສ​ທັດ

(VOVWORLD) -ຕອນບ່າຍວັນທີ 27 ຕຸລາ, ຢູ່ຮ່າໂນ້ຍ, ທີ່ການພົບປະກັບການນຳສະມາຄົມວາງແຜນຜັງພັດທະນາຕົວເມືອງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ ການພັດທະນາຕົວເມືອງ ແມ່ນຊ່ອງທາງເຕີບໂຕທີ່ສຳຄັນ.
ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວັນ​ຟຸກ: ການ​ວາງ​ແຜນ​ຜັງພັດ​ທະ​ນາ​ຕົວ​ເມືອງ​ຕ້ອງ​ມີ​ວິ​ໄສ​ທັດ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກກ່າວຄຳເຫັນທີ່ການພົບປະ (ພາບ: nhandan.com.vn)

ນີ້ກໍ່ແມ່ນທ່າອ່ຽງລວມຂອງໂລກ, ພັດທະນາຕົວເມືອງໄວແຕ່ຕ້ອງຖືກທິດ ແລະ ຍືນຍົງ. ນີ້ກໍ່ແມ່ນບັນຫາເຊິ່ງ ທ່ານນາຍົກລັດຖະມົນຕີ ໄດ້ວາງອອກໃຫ້ສະມາຄົມວາງແຜນຜັງພັດທະນາຕົວເມືອງ ຫວຽດນາມ. ດັ່ງນັ້ນ, ການວາງແຜນຜັງພັດທະນາຕົວເມືອງຕ້ອງມີວິໄສທັດ, ຖ້າຫາກບໍ່ມີ ຈະເກີດຜົນເສຍຫາຍຢ່າງໜັກທີ່ສຸດ.

ຕາມທ່ານນາຍົກລັດຖະມົນຕີແລ້ວ,ສະມາຄົມຄວນສືບຕໍ່ຍົກສູງຄຸນນະພາບວຽກງງານຕີລາຄາຄຸນນະ ພາບທາງສັງຄົມ,ໃນຂົງເຂດວາງແຜນຜັງກໍ່ສ້າງ,ຄຸ້ມຄອງພັດທະນາຕົວເມືອງ, ຊົນນະບົດໃຫ້ເໝາະສົມ ກັບໄລຍະພັດທະນາໃໝ່ຮອດປີ 2030, ວິໄສທັດປີ 2045 ຂອງ ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ