ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ນຳໂດຍກົງວຽກງານຮັບມືກັບພາຍຸ Tembin

(VOVWORLD) - ນີ້ແມ່ນພາຍຸທີ່ມີຄວາມແຮງ, ຜິດປົກກະຕິເມື່ອພັດເຂົ້າໃນໄລຍະທ້າຍປີ, ມີລະດັບການເຄື່ອນເໜັງໄວທີ່ສຸດ. ພາຍຸ ລູກນີ້ກ່ອນທີ່ພັດເຂົ້າ ຫວຽດນາມ ໄດ້ທຳລາຍ ຟີລິບປິນ, ເຮັດໃຫ້ເກືອບ 200 ຄົນເສຍຊີວິດ ແລະ ກ່ວາ 160 ຄົນຖືກຫາຍສາບສູນ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ນຳໂດຍກົງວຽກງານຮັບມືກັບພາຍຸ Tembin  - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ

ຕອນບ່າຍວັນທີ 24 ທັນວາ, ຢູ່ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳໂດຍກົງກອງປະຊຸມທາງເຄືອຂ່າຍ ອິນເຕີເນັດ ກ່ຽວກັບການຜັນຂະຫຍາຍວຽກງານຮັບມືກັບພາຍຸ Tembin. ນີ້ແມ່ນພາຍຸທີ່ມີຄວາມແຮງ, ຜິດປົກກະຕິເມື່ອພັດເຂົ້າໃນໄລຍະທ້າຍປີ, ມີລະດັບການເຄື່ອນເໜັງໄວທີ່ສຸດ. ພາຍຸ ລູກນີ້ກ່ອນທີ່ພັດເຂົ້າ ຫວຽດນາມ ໄດ້ທຳລາຍ ຟີລິບປິນ, ເຮັດໃຫ້ເກືອບ 200 ຄົນເສຍຊີວິດ ແລະ ກ່ວາ 160 ຄົນຖືກຫາຍສາບສູນ.

        ໂດຍປະຕິບັດຕາມການຊີ້ນຳຂອງ ນາຍົກລັດຖະມົນຕີ ແລະ ຄະນະຊີ້ນຳສູນກາງປ້ອງກັນ ແລະ ຕ້ານໄພພິບັດທຳມະຊາດ, ບັນດາທ້ອງຖິ່ນໄດ້ປະຕິບັດສຳເລັດວຽກງານຫ້າມເຄື່ອນໄຫວບົນທະເລແຕ່ເວລາ 16ໂມງ00 ວັນທີ 23 ທັນວາ 2017.

        ກອງບັນຊາການທະຫານຊາຍແດນສົມທົບກັບບັນດາທ້ອງຖິ່ນລາຍງານ, ສຳຫຼວດກວດກາ, ແນະນຳໃຫ້ຍານພາຫະນະເກືອບ 70.000 ຢ່າງ ດ້ວຍ 340.000 ກ່ວາຄົນຮູ້ກ່ຽວກັບການຜັນແປ, ທິດເຄື່ອນເໜັງຂອງພາຍຸ ເພື່ອເປັນເຈົ້າການໃນການປ້ອງກັນ, ຕ້ານ.

        ປະຈຸບັນ, ຢູ່ບັນດາແຂວງ, ນະຄອນເຊິ່ງຄື ນະຄອນ ໂຮ່ຈີມິນ, ບາກລຽວ, ບີ່ງເຢືອງ  ສາມາດຍົກຍ້າຍປະຊາຊົນໄດ້ເກືອບ 14.000 ຄົນ ໃນຈຳນວນທັງໝົດເກືອບ 900.000 ຄົນຂຶ້ນກັບ 9 ແຂວງທີ່ມີແຜນການອົບພະຍົບ.

ຕອບກັບ

ຂ່າວ/ບົດ​ອື່ນ