ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ທ່ານຜູ້ອຳນວຍການແຫ່ງຊາດທະນາຄານໂລກ ປະຈຳຫວຽດນາມ

(VOVWORLD) - ຕອນບ່າຍວັນທີ 20 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ແລະ ເຮັດວຽກກັບ ຜູ້ອຳນວຍການແຫ່ງຊາດທະນາຄານໂລກ (WB) ປະຈຳຫວຽດນາມ, ທ່ານ Osmane Dione ເພື່ອສ້າງບັນດາການກຳນົດທິດຮ່ວມມືລະຫວ່າງ WB ແລະ ຫວຽດນາມ ໃນໄລຍະຈະມາເຖິງ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ທ່ານຜູ້ອຳນວຍການແຫ່ງຊາດທະນາຄານໂລກ ປະຈຳຫວຽດນາມ  - ảnh 1  ທ່ານ Osmane Dione ແລະ ທ່ານ ຫງວຽນຊວນຟຸກ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາການໜູນຊ່ວຍຂອງ WB ໃຫ້ ຫວຽດນາມ ໃນໄລຍະຜ່ານມາ. ເຕືອງເຖິງກອງປະຊຸມຂອງລັດຖະບານ ກ່ຽວກັບການຫັນປ່ຽນຮູບແບບການພັດທະນາຢ່າງໝັ້ນຄົງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຈະດຳເນີນໃນອາທິດຈະມາເຖິງຢູ່ ເກີ່ນເທີ, ຊຶ່ງມີການເຂົ້າຮ່ວມຂອງ WB ແລະ ບັນດາຄູ່ຮ່ວມມືພັດທະນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງເລື່ອງ WB ອຸປະຖຳໂຄງການ “ຮັບມືກັບຜົນກະທົບດິນຟ້າອາກາດສັງລວມ ແລະ ການຫາລ້ຽງຊີບແບບຍືນຍົງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ”. ໂຄງການດັ່ງກ່າວພວມໄດ້ຮັບການຜັນຂະຫຍາຍ ແລະ ໄດ້ປະກອບສ່ວນປັບປຸງການຫາລ້ຽງຊີບຢ່າງມີປະສິດທິຜົນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງພາກພື້ນບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ສະເໜີໃຫ້ WB ເພີ່ມທະວີການສົມທົບ ແລະ ລະດົມທຶນຈາກບັນດານັກອຸປະຖຳຕ່າງປະເທດ ເພື່ອສ້າງບັນດາໂຄງການໃຫ້ເໝາະສົມກັບຄວາມຕ້ອງການລົງທຶນພັດທະນາຂອງ ຫວຽດນາມ ໃນຂະນະທີ່ຍັງຄົງຮັບປະກັນການເສີມຂະຫຍາຍຄວາມຮູ້ ແລະ ບົດຮຽນທົ່ວໂລກຂອງ WB, ພ້ອມທັງຈຳກັດຜົນສະທ້ອນເພດານໜີ້ສາທາລະນະໃຫ້ຢູ່ໃນລະດັບສູງສຸດ.

ສ່ວນ ຜູ້ອຳນວຍການແຫ່ງຊາດທະນາຄານໂລກ (WB) ປະຈຳຫວຽດນາມ ທ່ານ Osmane Dione ໄດ້ສະແດງຄວາມປາຖະໜາວ່າພາຍຫຼັງການເຮັດວຽກຄັ້ງນີ້, ສອງຝ່າຍຈະເປັນເອກະພາບກັນບັນດາການກຳນົດທິດຕົ້ນຕໍໃນການຮ່ວມມືລະຫວ່າງ WB ແລະ ລັດຖະບານ ຫວຽດນາມ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ