ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ຕາງໜ້າ Jetro ປະຈຳ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
ຕ້ອນຮັບທ່ານ Atsusuke Kawada
(vovworld) - ຕອນເຊົ້າວັນທີ 07/02 ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Atsusuke Kawada ຫົວໜ້າຜູ້ຕາງໜ້າອົງການສົ່ງເສີມການຄ້າ ຍີ່ປຸ່ນ (JETRO) ປະຈຳ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຂອບໃຈ ແລະ ຊົມເຊີຍເຈດຕະນາດີ ແລະ ຄວາມສຸດຈິດສຸດໃຈຂອງ JETRO ທີ່ໄດ້ໃຫ້ການຊ່ວຍເຫຼືອ ຫວຽດນາມ, ຈັດຕັ້ງບັນດາການເຄື່ອນໄຫວຊຸກຍູ້ວິສາຫະກິດ ຍີ່ປຸ່ນ ລົງທຶນເຂົ້າ ຫວຽດນາມ; ພ້ອມທັງມອບໝາຍໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ສົມທົບກັບ JETRO ຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ເຫດການພິເສດສຳຄັນນີ້ເປັນຢ່າງດີ, ພິເສດແມ່ນການໂຄສະນາ, ແນະນຳບັນດານັກລົງທຶນ ຍີ່ປຸ່ນ ກ່ຽວກັບຄວາມສາມາດບົ່ມຊ້ອນການຮ່ວມມືລົງທຶນ, ການຄ້າກັບ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ກໍ່ປາດຖະໜາຢາກ JETRO ແບ່ງປັນບັນດາບົດຮຽນ ເພື່ອພ້ອມກັບ ຫວຽດນາມ ຈັດຕັ້ງເຫດການນີ້ໃຫ້ປະສົບຜົນສຳເລັດ.
ສ່ວນທ່ານ Atsusuke Kawada ຖືວ່າ: ເຖິງວ່າຢືນອັນດັບທີ 2 ໃນຈຳນວນບັນດານັກລົງທຶນຕ່າງປະເທດເຂົ້າ ຫວຽດນາມ ກໍ່ຕາມ ແຕ່ປີ 2016 ຍີ່ປຸ່ນ ມີ 549 ໂຄງການລົງທຶນເຂົ້າ ຫວຽດນາມ. ນີ້ແມ່ນຕົວເລກໃຫຍ່ໃນຈຳນວນນັກລົງທຶນຕ່າງປະເທດລົງທຶນຢູ່ ຫວຽດນາມ, ສະແດງໃຫ້ເຫັນ ຍີ່ປຸ່ນ ຖືຕະຫລາດ ຫວຽດນາມ ເປັນສຳຄັນ.