ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບລັດຖະມົນຕີກະຊວງກະສິກຳ ບຣາຊິນ

(VOVWORLD) - ບຣາຊິນ ຖືເປັນສຳຄັນການພົວພັນກັບ ຫວຽດນາມ. ການຢ້ຽມຢາມໃນຄັ້ງນີ້ຂອງຄະນະ ແມ່ນແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນຂົງເຂດກະສິກຳ ເຊິ່ງ 2 ປະເທດມີຄວາມສາມາດບົ່ມຊ້ອນ.

ວັນທີ 17 ພຶດສະພາ, ທີ່ການຕ້ອນຮັບທ່ານນາງ Terresa Cristina Correa, ລັດຖະມົນຕີກະຊວງກະສິກຳ, ລ້ຽງສັດ ແລະ ສະໜອງ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສະເໜີ 2 ຝ່າຍຄວນຊຸກຍູ້ການຮ່ວມມືໃນຫລາຍຂົງເຂດ, ເປັນຕົ້ນແມ່ນການຄ້າ, ການລົງທຶນ, ກະສິກຳ, ທ່ານກໍ່ປາດຖະໜາວ່າ ບຣາຊິນ ຈະສ້າງເງື່ອນໄຂສະດວກໃຫ້ສິນຄ້າຜະລິດຕະພັນກະເສດຂອງ ຫວຽດນາມ ສົ່ງອອກໄປຍັງຕະຫລາດ ບຣາຊິນ, ໃນນັ້ນມີ ກຸ້ງ ແລະ ປາຈາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ: ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ ເພື່ອຊຸກຍູ້ການພົວພັນລະຫວ່າງ ອາຊຽນ ແລະ Mercosur (ເຊິ່ງແມ່ນປະເທດ ອາກຊັງຕິນ, ບຣາຊິນ, ປາຣາກວຍ ແລະ ອູຣູກວາຍ); ສະເໜີ 2 ຝ່າຍສົມທົບກັນຄົ້ນຄວ້າຄວາມສາມາດເລີ່ມເຄື່ອນໄຫວສັນຍາການຄ້າ ຫວຽດນາມ - Mercosur.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບລັດຖະມົນຕີກະຊວງກະສິກຳ ບຣາຊິນ - ảnh 1 ທີ່ການຕ້ອນຮັບ (ພາບ: TTXVN)

        ສ່ວນທ່ານນາງລັດຖະມົນຕີກະຊວງກະສິກຳ, ລ້ຽງສັດ ແລະ ສະໜອງ ບຣາຊິນ Terresa Cristina Correa ໃຫ້ຮູ້ວ່າ: ບຣາຊິນ ຖືເປັນສຳຄັນການພົວພັນກັບ ຫວຽດນາມ. ການຢ້ຽມຢາມໃນຄັ້ງນີ້ຂອງຄະນະ ແມ່ນແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນຂົງເຂດກະສິກຳ ເຊິ່ງ 2 ປະເທດມີຄວາມສາມາດບົ່ມຊ້ອນ. ບຣາຊິນ ຈະມານະພະຍາຍາມແກ້ໄຂບັນຫານຳເຂົ້າບາງຜະລິດຕະພັນກະເສດຂອງ ຫວຽດນາມ ໃນທັນທີ, ເປັນຕົ້ນແມ່ນປະເພດສິນຄ້າທີ່ ຫວຽດນາມ ມີທ່າແຮງຄື ກຸ້ງ, ປາຈາ.

ຕອບກັບ

ຂ່າວ/ບົດ​ອື່ນ