ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ

(VOVWORLD) - ຕອນບ່າຍວັນທີ 26 ທັນວາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດສະຫະລັດ ອາເມລິກາ Daniel J.Kritenbrink ເນື່ອງໃນໂອກາດປີໃໝ່ສາກົນ 2019. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ - ảnh 1ທີ່ການຕ້ອນຮັບ (ພາບ: chinhphu.vn

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງທ່ານເອກອັກຄະລັດຖະທູດ ອາເມລິກາ Daniel J.Kritenbrink ໃນປີ 2018 ໃນເລື່ອງຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ສືບຕໍ່ເຂົ້າສູ່ລວງເລິກ, ຕອບສະໜອງໄດ້ຜົນປະໂຫຍດອັນແທດຈິງຂອງປະຊາຊົນ 2 ປະເທດ.

        ໃນປີ 2019, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ 2 ຝ່າຍສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນທຸກຂົງເຂດ ເສດຖະກິດ, ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ບັນດາບັນຫາສາກົນເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 25 ປີແຫ່ງວັນຫັນການພົວພັນລະຫວ່າງ 2 ປະເທດເປັນປົກກະຕິ.

        ສ່ວນທ່ານເອກອັກຄະລັດຖະທູດ Daniel J.Kritenbrink ຢືນຢັນວ່າ: ອາເມລິກາ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ;  ແລະ ຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ, ໃນນັ້ນ ມີການຮ່ວມມືກ່ຽວກັບການປ້ອງກັນຊາດປ້ອງກັນຄວາມສະຫງົບ. ອາເມລິກາ ຖື ຫວຽດນາມ ເປັນຄູ່ຮ່ວມມືສຳຄັນແຖວໜ້າຢູ່ພາກພື້ນ ແລະ ປາດຖະໜາຢາກພັດທະນາການພົວພັນກັບ ຫວຽດນາມ ກໍ່ຄື ອາຊຽນ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ; ຊຸກຍູ້ການຮວມມືອະນຸພາກພື້ນແມ່ນ້ຳຂອງ.

ຕອບກັບ

ຂ່າວ/ບົດ​ອື່ນ