(VOVWORLD) - ໃນໄລຍະເຂົ້າຮ່ວມພິທີໄຂເວທີປາໄສຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” (BRF) ຄັ້ງທີ 2, ຕອນເຊົ້າວັນທີ 26 ເມສາ, ທີ່ນະຄອນຫລວງ ປັກກີ່ງ (ຈີນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo HunSen.
ທີ່ການພົບປະ, ນາຍົກລັດຖະມົນຕີ 2 ທ່ານໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງແຮງຂອງການພົວພັນ 2 ປະເທດ ແລະ ເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ 2019 ຢ່າງມີປະສິດທິຜົນ, ເພີ່ມທະວີບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງ, ຮັກສາບັນດາກົນໄກຮ່ວມມື 2 ຝ່າຍເປັນປະຈຳ. ນາຍົກລັດຖະມົນຕີ 2 ທ່ານກໍ່ແລກປ່ຽນບັນດາບັນຫາສຳຄັນໃນການພົວພັນລະຫວ່າງ 2 ປະເທດໃນປັດຈຸບັນ.
ແລະກໍ່ໃນຕອນບ່າຍວັນກຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ.