ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ໄທ ຢ່າງເປັນທາງການ
(VOVWORLD) - ວັນທີ 17 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ນຳໜ້າຄະນະຜູ້ແທນຂັ້ນສູງ ລັດຖະບານ ຫວຽດນາມ ເດີນທາງໄປຢ້ຽມຢາມ ໄທ ຢ່າງເປັນທາງການ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
(ພາບປະກອບ)
|
ການຢ້ຽມຢາມ ຖືກດຳເນີນໄປແຕ່ວັນທີ 17 -19 ສິງຫາ, ໂດຍປະຕິບັດຕາມຄຳເຊື້ອເຊີນຂອງທ່ານນາຍົກລັດມົນຕີລາຊະອານາຈັກ ໄທ ປຣາຢຸດ ຈັນໂອຊາ. ນີ້ແມ່ນການຢ້ຽມຢາມໄທ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຖານະເປັນນາຍົກລັດຖະມົນຕີ. ການຢ້ຽມຢາມໄດ້ຮັບການຈັດຕັ້ງໃນສະພາບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ ສືບຕໍ່ໄດ້ຮັບການປັບປຸງ ແລະ ນັບມື້ນັບດີງາມ. ການຢ້ຽມຢາມ ໄທ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນໂອກາດເພື່ອໃຫ້ 2 ປະເທດຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອກໍ່ຄືຫັນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດເປັນລະອຽດ, ນຳການພົວພັນ 2 ປະເທດໃຫ້ພັດທະນາກ່ວາອີກ, ນັບມື້ນັບແທດຈິງ ແລະ ກ້າວເຂົ້າສູ່ລວງເລິກ.