ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ອວຍພອນໄຊຊະນະຂອງພັກແຮງງານ ແລະ ນາຍົກລັດຖະມົນຕີ ນິວຊີແລນ

(VOVWORLD) -  ເນື່ອງໃນໂອກາດພັກແຮງງານ ນິວຊີແລນ ຍາດໄດ້ໄຊຊະນະໃນການເລືອກຕັ້ງທົ່ວປະເທດໃນວັນທີ 17 ຕຸລາ 2020, ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງສານອວຍພອນມາຍັງທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ອວຍພອນໄຊຊະນະຂອງພັກແຮງງານ ແລະ ນາຍົກລັດຖະມົນຕີ ນິວຊີແລນ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ    Jacinda Ardern (ພາບປະກອບ / vietnamnet.vn)

ໃນສານອວຍພອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ  ອວຍພອນໄຊຊະນະຂອງພັກແຮງງານ ແລະ ທ່ານນາງນາຍົກລັດຖະມົນຕີ Jacinda Ardern. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງບັນດາຜົນສຳເລັດຂອງພັກແຮງງານ ແລະ ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ ໃນການພັດທະນາເສດຖະກິດ, ສັງຄົມ, ຮັບມືກັບວິກິດການ ແລະ ໂລກລະບາດໂຄວິດ-19 ໃນອາຍຸການຜ່ານມາ; ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ ລັດຖະບານ ນິວຊີແລນ, ພາຍໃຕ້ການຊີ້ນຳນຳພາຂອງທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ຈະບັນລຸໄດ້ຜົນງານໃໝ່ຫລາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ