ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມ 3 ກອງປະຊຸມຂັ້ນສູງກ່ຽວກັບການຮ່ວມມືພາກພື້ນ

(VOVWORLD) - ວັນທີ 06 ທັນວາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີລາຊະອານາຈັກກຳປູເຈຍ Samdech Techo HunSen ແລະ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ,

 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຈະເຂົ້າຮ່ວມກອງປະຊຸມສຸດຍອດຍຸດທະສາດຮ່ວມມືເສດຖະກິດສາມແມ່ນ້ຳ Ayeyawady – Chao Phraya – ແມ່ຂອງ ຄັ້ງທີ 9 (ACMECS 9); ກອງປະຊຸມສຸດຍອດຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 10 (CLMV 10) ແລະ ກອງປະຊຸມສຸດຍອດພາກພື້ນສາມຫຼ່ຽມພັດທະນາກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 11 (CLV 11). ບັນດາກອງປະຊຸມດັ່ງກ່າວ ຈະໄດ້ຈັດຕັ້ງຕາມຮູບການທາງອອນລາຍໃນວັນທີ 09 ທັນວາ 2020.

ຕອບກັບ

ຂ່າວ/ບົດ​ອື່ນ