ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ

(VOVWORLD) -ຕອນເຊົ້າວັນທີ 16 ມີນາ, ຕາມເວລາ ອົດສະຕາລີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມກັບພັນລະຍາ ນຳ ໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ອອກຈາກນະຄອນຫລວງ Canberra ໄປນະຄອນ Sydney ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມກັບພັນລະຍາ (ພາບ: VGP)

ຕາມລາຍການເຄື່ອນໄຫວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີບັນດາການພົບປະກັບຜູ້ວ່າການຝ່າຍບໍລິຫານລັດ New South Wales ທ່ານນາງ Gladys Bereijiklian; ຜູ້ວ່າການລັດ New South Wales ທ່ານ David Hurley AC DSC ແລະ ມີການເຮັດວຽກກັບບັນດານັກລົງທຶນການເງິນ ອົດສະຕາລີ, ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ອົດສະຕາລີ ກໍ່ຄືຕ້ອນຮັບບັນດາກຸ່ມບໍລິສັດໃຫຍ່ຂອງ ອົດສະຕາລີ.

        ວັນທີ 18 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຂົ້າຮ່ວມວາລະປະຊຸມຄົບຄະນະກ່ຽວກັບເລື່ອງເພີ່ມທະວີການເຊື່ອມຕໍ່ ອາຊຽນ - ອົດສະຕາລີ, ຄູ່ຮ່ວມມືເສດຖະກິດ ອາຊຽນ - ອົດສະຕາລີ ແລະ ການຮ່ວມມືຕ້ານການກໍ່ການຮ້າຍ ອາຊຽນ - ອົດສະຕາລີ.

        ໃນວັນທີ 17 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຂົ້າຮ່ວມພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຕ້ານການກໍ່ການຮ້າຍລະຫວ່າງ ອາຊຽນ ແລະ ອົດສະຕາລີ; ເຂົ້າຮ່ວມພິທີເປີດສະຫຼອງຫ້ອງການຕາງໜ້າ VOV ປະຈຳ Sydney; ພົບປະກັບນັກທຸລະກິດດີເດັ່ນຊາວ ຫວຽດນາມ ຢູ່ ອົດສະຕາລີ; ຕ້ອນຮັບການນຳບາງວິສາຫະກິດໃຫຍ່ຂອງອົດສະຕາລີ.


ຕອບກັບ

ຂ່າວ/ບົດ​ອື່ນ