ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີປະກາດບັນລຸມາດຖານຊົນນະບົດໃໝ່ຢູ່ແຂວງ ບິ່ງດິ້ງ
(VOVWORLD) -ຕອນບ່າຍວັນທີ 20 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີປະກາດ ເທດສະບານ ອານເຍີນ, ແຂວງບິ່ງດິ້ງ, ສຳເລັດການກໍ່ສ້າງຊົນນະບົດໃໝ່, ເມືອງຮ່ວາຍເຍີນ ບັນລຸໄດ້ມາດຖານຊົນນະບົດໃໝ່ ປີ 2018.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມອບໃບຮັບຮອງ ເມືອງເຍີນອານ ບັນລຸໄດ້ມາດຕະຖານຊົນນະບົດໃໝ່ ປີ2018 (ພາບ: TTXVN)
|
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລົດຖະມົນຕີໄດ້ຕີລາຄາສູງປະຊາຊົນແຂວງບິ່ງດິ້ງໄດ້ຕອບສະໜອງ ແລະ ປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ເປັນຢ່າງດີ, ປະກອບວັດຖຸ ແລະ ກຳລັງເຫື່ວແຮງເພື່ອປະຕິບັດການກໍ່ສ້າງຊົນນະບົດໃໝ່, ຊ່ວຍຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນທ້ອງຖິ່ນ. ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ແຂວງບິ່ງດິ້ງ ເອົາໃຈໃສ່ຊຸກຍູ້ການດູແລຊີວິດການເປັນຢູ່ຂອງປະຊາຊົນ, ທັງດ້ານວັດຖຸ ແລະ ຈິດໃຈ. ຕາມນັ້ນແລ້ວ, ທາງແຂວງຕ້ອງມີນະໂຍບາຍເພື່ອນຳວິທະຍາສາດເຕັກໂນໂລຢີເຂົ້າການຜະລິດ ແລະ ຊີວິດຂອງປະຊາຊົນ, ຊຸກຍູ້ການຜະລິດບັນດາຜະລິດຕະພັນທີ່ເປັນທ່າແຮງຂອງແຂວງ, ຊ່ວຍຍົກສູງລາຍຮັບຂອງປະຊາຊົນ. ພ້ອມກັບການພັດທະນາເສດຖະກິດຕ້ອງເອົາໃຈໃສ່ເຖິງການກໍ່ສ້າງກຸ່ມກ້ອນມະຫາສາມັກຄີໃນປະຊາຊົນ, ຮັກສາບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງທ້ອງຖິ່ນ.