ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄະນະຊີ້ນຳການປັບລາຄາ

(VOVWORLD) -  ຕອນເຊົ້າວັນທີ 21 ເມສາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການປັບລາຄາ ເປັນປະທານກອງປະຊຸມຄະນະຊີ້ນຳ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄະນະຊີ້ນຳການປັບລາຄາ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ (ພາບ: VGP)

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ໃນສະພາບການມີການຜັນຜວນຫລາຍຢ່າງ ວຽກງານຄຸມຄອງແຫ່ງລັດ ກ່ຽວກັບດ້ານລາຄາຕາມການກຳນົດຂອງກົດໝາຍ ຄວນປະຕິບັດໃຫ້ດີກ່ວາອີກ. ຕາມນັ້ນແລ້ວ, ເລື່ອງຮັບປະກັນດັດຊະນີລາຄາໃຊ້ສອຍຕ່ຳກ່ວາ 4% ແມ່ນສຳຄັນທີ່ສຸດ ທັງຮັບປະກັນການເຕີບໂຕດີ ແລະ ຊີວິດການເປັນຢູ່ຂອງປະຊາຊົນກໍໄດ້ຮັບປະກັນ ເປັນຕົ້ນແມ່ນຜູ້ປະສົບກັບຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ