ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເລີ່ມຕົ້ນການຢ້ຽມຢາມ ໂຮນລັງ

(VOVWORLD) - ຄ່ຳຄືນວັນທີ 07 ກໍລະກົດ (ຕາມເວລາ ຫວຽດນາມ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຮອດນະຄອນຫລວງ Amsterdam ເລີ່ມຕົ້ນການຢ້ຽມຢາມ ໂຮນລັງ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເລີ່ມຕົ້ນການຢ້ຽມຢາມ ໂຮນລັງ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ

ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte. ຄາດວ່າ ໃນໄລຍະຢູ່ຢ້ຽມຢາມ ໂຮນລັງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະພົບປະກັບນາຍົກລັດຖະມົນຕີ ໂຮນລັງ; ການນຳ 2 ທ່ານຈະເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງລັດຖະບານ ແລະ ວິສາຫະກິດ 2 ປະເທດ; ພົບປະກັບເຈົ້າໜ້າທີ່ລັດຖະບານ ແລະ ການນຳທ້ອງຖິ່ນບາງທ່ານຂອງ ໂຮນລັງ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ໂຮນລັງ.

        ການຢ້ຽມຢາມລາຊະອານາຈັກ ໂຮນລັງ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ດຳເນີນໄປໃນສະພາວະການພົວພັນ ຫວຽດນາມ  - ໂຮນລັງ ພວມພັດທະນາຮອບດ້ານ. ນີ້ເປັນແບບຢ່າງຂອງການພົວພັນຂະຫຍັນຂັນເຄື່ອນ, ມີປະສິດທິຜົນລະຫວ່າງ ຫວຽດນາມ ແລະ ໂຮນລັງ. ໃນຊຸມປີຜ່ານມາ, ໂຮນລັງ ຖື ຫວຽດນາມ ແມ່ນຄູ່ຮ່ວມ ມືບຸລິມະສິດ ດ້ວຍຫລາຍນະໂຍບາຍຊຸກຍູ້ການຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ