ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເລີ່ມເດີນທາງໄປຢ້ຽມຢາມ ນິວຊີແລນ ແລະ ອົດສະຕາລີ ຢ່າງເປັນທາງການ
(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern, ວັນທີ 11 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍ ພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເລີ່ມການເດີນທາງໄປຢ້ຽມຢາມ ປະເທດ ສາທາລະນະລັດ ນິວຊີແລນ ແຕ່ວັນທີ 11 – 14 ມີນາ ຢ່າງເປັນທາງການ.
(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເລີ່ມເດີນທາງໄປຢ້ຽມຢາມ ນິວຊີແລນ ແລະ ອົດສະຕາລີ ຢ່າງເປັນທາງການ) |
ນີ້ແມ່ນການຢ້ຽມຢາມທາງການ ນິວຊີແລນ ຄັ້ງທຳອິດຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ.
ການຢ້ຽມຢາມຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ດຳເນີນໃນສະພາບການທີ່ ນິວຊີແລນປາດຖະໜາຢາກເພີ່ມທະວີການພົວພັນກັບຫວຽດນາມກວ່າອີກ, ສະແດງໃຫ້ເຫັນນະໂຍບາຍຖືບົດບາດ ແລະ ທີ່ຕັ້ງຂອງຫວຽດນາມເປັນສຳຄັນໃນພາກພື້ນ; ຜ່ານຫວຽດນາມ ເພື່ອເພີ່ມທະວີການພົວພັນລະຫວ່າງ ນິວຊີແລນ - ອາຊຽນກວ່າອີກ.
ພາຍຫຼັງການຢ້ຽມຢາມ ນິວຊີແລນແລ້ວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຈະ ເດີນທາງໄປຢ້ຽມຢາມ ອົດສະຕາລີຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານ ນາຍົກລັດຖະມົນຕີ ອົດສະຕາລີ Malcom Turnbull ແລະ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ ໃນລະຫວ່າງວັນທີ 14 – 18 ມີນາ ນີ້. ການຢ້ຽມຢາມອົດສະຕາລີຂອງທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກຄັ້ງນີ້ ແມ່ນຂີດໝາຍສຳຄັນໃນການພົວພັນທາງການທູດລະຫວ່າງສອງປະເທດ. ໃນການຢ້ຽມຢາມຄັ້ງນີ້, ສອງປະເທດຈະຍົກລະດັບການພົວພັນໃຫ້ຂຶ້ນສູ່ລະດັບສູງໃໝ່ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 45 ປີຢ່າງເປັນທາງການ.