ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງແຂວງເບ໊ນແຈ
(VOVWORLD) -ຕອນບ່າຍວັນທີ 9 ກໍລະກົດ ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງແຂວງເບ໊ນແຈ. ສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກວ່າ ເບ໊ນແຈແມ່ນແຂວງທີ່ມີມູນເຊື້ອປະຕິວັດ, ມີຫຼາຍທ່າແຮງພັດທະນາ, ໃນນັ້ນແມ່ນການຜະລິດກະສິກຳ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກແລະ ການນຳຫຼັກແຫຼ່ງແຂວງເບ໊ນແຈ (ພາບ: TTXVN) |
ໃນໄລຍະ 2016 – 2020 , ທ່ານນາຍົກລັດຖະມົນຕີໄດ້ຕີລາຄາວ່າ ວຽກງານກໍ່ສ້າງພັກ, ລະບົບການເມືອງຂອງແຂວງ ເບ໊ນແຈໄດ້ຮັບຄວາມເອົາໃຈໃສ່; ຈິດໃຈສາມັກຄີ, ຄວາມຕັດສິນໃຈພັດທະນາຂອງແຂວງ ໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງໃນອົງຄະນະພັກ ແລະ ອຳນາດການປົກຄອງ. ສະນ້ັນ, ເສດຖະກິດຈຶ່ງພັດທະນາດີພໍສົມຄວນ, ບາງຂົງເຂດແມ່ນພັດທະນາໄວ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ແຂວງສືບຕໍ່ຍົກສູງປະສິດທິພາບ, ປະສິດທິຜົນຂອງກົງຈັກລັດ, ຍູ້ແຮງການປະຕິຮູບບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢ່າງແຮງ, ເພື່ອດຶງດູດວິສາຫະກິດ, ຍູ້ແຮງການຄຸ້ມຄອງບັນດາໂຄງການຮັບມືກັບການປ່ຽນແປງດິນຟ້າອາກາດ.