ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຮັດວຽກກັບການນຳແຂວງບາກລຽວ
(VOVWORLD) -ຕອນບ່າຍວັນທີ 26 ກຸມພາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳຫຼັກແຫຼ່ງແຂວງບາກລ້ຽວກ່ຽວກັບການປະຕິບັດໜ້າທີ່ເສດຖະກິດສັງຄົມຢູ່ທ້ອງຖິ່ນ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ການນຳຫຼັກແຫຼ່ງແຂວງບາກລຽວ (ພາບ: TTXVN) |
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາສູງບັນດາໝາກຜົນເສດຖະກິດ - ສັງຄົມເຊິ່ງແຂວງບາກລຽວ ບັນລຸໄດ້ເ ແລະ ນັ້ນໜັກວ່າ: ໃນໄລຍະຈະມາເຖິງ, ທາງແຂວງຄວນສຸມໃສ່ຜັນຂະຫຍາຍບັນດາມະຕິຂອງລັດຖະບານ, ປະຕິບັດບັນດາຄາດໝາຍຂອງແຜນການປີ 2020ຢ່າງໃກ້ຊິດ, ພ້ອມກັນນັ້ນ, ສຸມໃສ່ຊີ້ນຳຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນປະສົບຜົນເລັດ ແລະ ກ້າວໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງ ພັກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຮຽກຮ້ອງໃຫ້ທາງແຂວງຄວນສຸມໃສ່ເຂົ້າໃນບັນດາ “ປາຍແຫຼມ” ໃນນັ້ນຊຸກຍູ້ຂະບວນການກໍ່ສ້າງຊົນນະບົດໃໝ່ມຸ່ງໄປສູ່ປະຊາຊົນ, ພັດທະນາການຜະລິດເຂົ້າສານທີ່ມີຄຸນນະພາບສູງ, ມີເຄື່ອງໝາຍການຄ້າ, ພັດທະນາຮູບແບບລ້ຽງກຸ້ງ - ປູກເຂົ້າ.