ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໂອ້ລົມສົນທະນາກັບນັກສຶກສາ ມະຫາວິທະຍາໄລ Waikato

(VOVWORLD) - ໂດຍສືບຕໍ່ລາຍການຢ້ຽມຢາມ ນິວຊີແລນ, ຕອນເຊົ້າວັນທີ 14 ມີນາ (ຕາມເວລາທ້ອງຖິ່ນ),ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ມະຫາວິທະຍາໄລ Waikato ເຊິ່ງແມ່ນໜຶ່ງໃນບັນດາມະຫາວິທະຍາໄລທີ່ມີຄຸນນະພາບໃນການກໍ່ສ້າງແຖວໜ້າຂອງໂລກໃນປັດຈຸບັນ

ນະທີ່ນີ້, ທ່ານນາຍົກລັດຖະມົນຕີໄດ້ແນະນຳເຖິງບັນດານັກສຶກສາກ່ຽວກັບການພັດທະນາຢ່າງຂະຫຍັນຂັນເຂື່ອນຂອງຫວຽດນາມໃນການເຊື່ອມໂຍງເຂົ້າກັບເສດຖະກິດໃນໂລກ ຢ່າງເລິກເຊິ່ງກວ້າງຂວາງ. ທ່ານ ນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມກຳນົດການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແມ່ນໜຶ່ງໃນສາມຂອດບຸກທະລຸຍຸດທະສາດ ເພື່ອໃຫ້ຫວຽດນາມກາຍເປັນປະເທດອຸດສາຫະກຳທັນສະໄໝໃນອະນາຄົດ. ທ່ານ ນາຍົກລັດຖະມົນຕີກກ່າວວ່າ:

“ພວກເຮົາຕ້ອງຍູ້ແຮງການພັດທະນາຂະແໜງການສຶກສາ ເພື່ອໃຫ້ມີໂອກາດພົບປະແລກປ່ຽນ, ຮ່ຳຮຽນເອົາບັນດາຮູບແບບການສຶກສາທີ່ມີລັກສະນະຄົ້ນຄວ້າໝູນໃຊ້ເຕັກໂນໂລຢີສູງເໝືອນກັບ ມະຫາວິທະຍາໄລ Waikato. ເພື່ອຈາກນັ້ນ, ແກ້ໄຂບັນດາບັນຫາຕົວຈິງ.ຄວາມຈິງຊີ້ແຈ້ງໃຫ້ເຫັນວ່າ ການຮ່ວມມືກໍ່ສ້າງລະດັບປະລິນຍາຕີ ແລະ ເໜືອມະຫາວິທະຍາໄລ ລະຫວ່າງ ມະຫາວິທະຍາໄລ Waikato ກັບມະຫາວິທະຍາໄລກົດໝາຍຮ່າໂນ້ຍ ແລະ ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີ໋ມິນ ກຳລັງເສີມຂະຫຍາຍຢ່າງມີປະສິດທິຜົນ ແລະຕັ້ງໜ້າ. ພະນັກງານ ຫວຽດນາມຫຼາຍຄົນໄດ້ ແລະ ກຳລັງເຂົ້າຮ່ວມບັນດາຊຸດບຳລຸງສ້າງ ຍົກສູງລະດັບຄວາມຮູ້, ໄດ້ສຳຜັດກັບວິທີການໃໝ່, ຈິນຕະນາການໃໝ່ ຊ່ວຍຍົກສູງຄຸນນະພາບຊັບພະຍາກອນມະນຸດ”.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໂອ້ລົມສົນທະນາກັບນັກສຶກສາ ມະຫາວິທະຍາໄລ Waikato - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໂອ້ລົມສົນທະນາກັບນັກສຶກສາ ມະຫາວິທະຍາໄລ Waikato 

ເມື່ອຕອບຄຳຖາມຂອງບັນດານັກສຶກສາກ່ຽວກັບແງ່ຫວັງການຮ່ວມມືດ້ານເສດຖະກິດລະຫວ່າງ ຫຽດນາມ - ນິວຊີແລນ ພາຍຫຼັງທີ່ສັນຍາ CPTPP ໄດ້ຮັບການລົງນາມ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ:

“ສັນຍາ CPTPP ແມ່ນສັນຍາລຸ້ນໃໝ່ດ້ວຍມາດຕະຖານຫຼາຍຢ່າງ. ຫວຽດນາມ ແລະ ນິວຊີແລນ ແມ່ນບັນດາສະມາຊິກສຳຄັນ. ຄາດຄະເນວ່າ ສັນຍາຈະມີຜົນສັກສິດແຕ່ປີ 2019 ແລະ ຈະເປີດໜ້າປະຕິວັດໃໝ່ໃນການຮ່ວມມືລະຫວ່າງບັນດາປະເທດໃນການປະຕິບັດສັນຍາ. ຫວຽດນາມ ແລະ ນິວຊີແລນ ຈະຍູ້ແຮງການຮ່ວມມືໃນບັນດາຂົງເຂດ ທີ່ແມ່ນທ່າແຮງຂອງກັນ ແລະ ຈະມີບັນດາການຮ່ວມມືຢ່າງລະອຽດ ພາຍຫຼັງທີ່ສັນຍາມີຜົນສັກສິດ. ແຕ່ແນ່ນອນວ່າ ພາຍຫຼັງສັນຍາດັ່ງກ່າວມີຜົນສັກສິດ ຈະເປີດອະນາຄົດທີ່ດີງາມໃຫ້ແກ່ການຮ່ວມມືຮອບດ້ານ ມຸ່ງໄປເຖິງ ການເປັນຄູ່ຮ່ວມມືຍຸດທະສາດຂອງສອງປະເທດ ຫວຽດນາມ - ນິວຊີແລນ ໃຫ້ດີກວ່າອີກ. ບັນດາປະເທດເຂົ້າຮ່ວມສັນຍາດັ່ງກ່າວນີ້ ກວມເຖິງ 13% GDP ໃນທົ່ວໂລກ ດ້ວຍພົນລະເມືອງຫຼາຍກວ່າ 500 ລ້ານຄົນ, ແນ່ນອນວ່າ ຈະສ້າງເງື່ອນໄຂໃໝ່ໃນການພັດທະນາຂອງ 11 ປະເທດ, ພິເສດແມ່ນ ສຳລັບບັນດາປະເທດມີການພົວພັນທີ່ເປັນມູນເຊື້ອອັນດີງາມຄື ຫວຽດນາມ ແລະ ນິວຊີແລນ”.

        ເນື້ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ເປັນສັກຂີພິຍານໃນພິທີລົງນາມສັນຍາຮ່ວມມືລະຫວ່າງ ມະຫາວິທະຍາໄລ Waikato ກັບ ອົງການປະກັນໄພສັງຄົມຫວຽດນາມ  ແລະ ບາງມະຫາວິທະຍາໄລແຖວໜ້າຂອງຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ