ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ກ່າວປາໄສໄຂ WEF ອາຊີຕາເວັນອອກ 2013

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ກ່າວປາໄສໄຂ WEF ອາຊີຕາເວັນອອກ 2013 - ảnh 1
ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີນ​ຢຸງ ທີ່ເວທີ່ປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກ ປີ 2013
(ພາບ : vietnam.net)

Vovworld- “ ການ​ຫັນປ່ຽນ​ມຸ່ງ​ໄປ​ສູ່​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ​ແບບ​ຍືນ​ຍົງ” , ນັ້ນ​ແມ່ນ​ຫົວ​ຂໍ້ຂອງເວທີ່ປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກ ປີ 2013 ຊຶ່ງ​ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ເມື່ອ​ຕອນ​ບ່າຍ​ວັນ​ທີ 6/6 ຢູ່ ນະຄອນຫຼວງ Naypyidaw ປະ​ເທດມຽນມາ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ໄຂ ຂໍ້ຂອງເວທີ່ປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກ ປີ 2013, ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ ສ່ວນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້​ຂອງ​ຂະ​ບວນການ​ວິວັດ​ແຫ່ງ​ການ​ຫັນ​ເປັນ​ໂລກາ​ພິວັດ, ນັ້ນ​ແມ່ນ​ຄວາມ​ມານະ​ພະຍາຍາມ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ເຊື່ອມ​ຈອດ ​ແລະ ຮ່ວມ​ສຳພັນ​ເສດຖະກິດ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນຫຼື​ພາກ​ພື້ນ​ແມ່​ນ້ຳຂອງ, ​ເປັນ​ຕົນ​ແມ່ນ​ການ​ສ້າງ​ບັນດາ​ແລວ​ເສດຖະກິດ​ຂ້າມ​ຊາດ, ຜູກ​ຮັດ​ລະຫວ່າງ​ພາກ​ພື້ນ​ອາຊີ​ໃຕ້, ອາຊີ​ກາງ ກັບ​ອາຊີ​ຕາ​ເວັນ​ອອກ, ລະຫວ່າງ​ມະຫາ​ສະໝຸດ​ອີນ​ເດຍ ​ແລະ ປາຊີ​ຟິກ. ນີ້​ແມ່ນ​ປັດ​ໄຈ​ສຳຄັນ​ຊຶ່ງ​ບໍ່​ວ່າ​ວິ​ສາ​ຫະກິດ​ແຫ່ງ​ໃດ​ຫວັງ​ເປີດ​ກ້ວາງ​ຕະຫຼາດ ກໍ​ຍາກ​ທີ່​ຈະ​ພາດ​ໂອກາດ​ໄດ້. ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ : “ ຂ້າພະ​ເຈົ້າ​ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ບັນດາ​ໂຄງການ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ບັນດາ​ທ້ອງ​ຖິ່ນ​ລຽບ​ຕາມ​ແລວ​ເສດຖະກິດ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ວິ​ສາ​ຫະກິດ, ຂອງ​ປະຊາ​ຄົມ, ​ແລະ​ຂອງ​ທັງ​ພາກ​ພື້ນ. ລັດຖະບານ​ຫວຽດນາມ​ພ້ອມ​ແລ້ວ​ຈະ​ສົນທະນາ​ກັບ​ວິ​ສາ​ຫະກິດ ​ເພື່ອ​ສືບ​ຕໍ່​ປົວ​ແປງ ​ແລະ ສ້າງ​ສະພາບ​ແວ​ດລ້ອມ​ດຳ​ເນີນ​ທຸລະ​ກິດ​ທີ່​ອຳນວຍ​ຄວາມ​ສະດວກ ​ແລະ ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ທຸກໆ​ຝ່າຍ. ຂ້າພະ​ເຈົ້າ​ສະ​ເໜີ​ບັນດາ​ປະ​ເທດ​ລຽບ​ຕາມ​​ແລວ​ເສດຖະກິດ ​ແລະ ບັນດາ​ຄູ່​ຮ່ວມ​ມື​ພັດທະນາ​ຈົ່ງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຍິ່ງ​ກ່ວາ​ອີກ: ​ແນ​ໃສ່​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ຄ້າງ​ຄ່າ​ຢ່າງ​ທັນ​ການ, ພ້ອມ​ທັງ​ຊຸກຍູ້​ການ​ພັດທະນາ​ຂອລ​ແລວ​ເສ​ຖະກິດ” 

ຂ່າວ/ບົດ​ອື່ນ