ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບທ່ານນາງລັດຖະມົນຕີກະຊວງພັດທະນາສາກົນແຟງລັງ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບທ່ານນາງລັດຖະມົນຕີກະຊວງພັດທະນາສາກົນແຟງລັງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​​ຕ້ອນຮັບ​
ລັດຖະມົນຕີກະຊວງພັດທະນາ​ສາກົນ​ແຟງ​ລັງ
(ພາບ: chinhphu.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 25/01, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Heidi Hautala, ລັດຖະມົນຕີກະຊວງພັດທະນາ​ສາກົນ​ແຟງ​ລັງ ທີ່​ພວມ​ມີ​ການ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ, ຫວຽດນາມ - ​ແຟງ​ລັງ ມີ​ສາຍ​ພົວພັນ​​ທີ່ເປັນ​ມູນ​ເຊື້ອ​ອັນ​ດີງາມ ​ແລະ ຖື​ວ່າ, ການ​ຢ້ຽມຢາມ​ຂອງ​ທ່ານ​ນາງ Heidi Hautala ຖືກດຳ​ເນີນ​ກົງ​ກັບ​ໂອກາດ​ທີ່ 2 ປະ​ເທດສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ​ແຟງ​ລັງ ​ໃນ​ທຸກ​ຂົງ​ເຂດ​ຢ່າງ​​ແຮງ​. ສ່ວນທ່ານ​ນາງລັດຖະມົນຕີ​ Heidi Hautala ​ກໍໃຫ້​ຮູ້​ຈຸດປະສົງ​ຂອງ​ການ​ຢ້ຽມຢາມແມ່ນ​ພ້ອມ​ກັບ​ບັນດາ​ບໍລິສັດ​ຂອງ​ແຟງ​ລັງ ມາ​ຊຸກຍູ້​ການ​ລົງທຶນ​ຢູ່​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສິ່ງ​ແວດ​ລ້ອມ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂຽວ. ທ່ານ​ນາງລັດຖະມົນຕີ Heidi Hautala ​ເນັ້ນ​ໜັກ​ວ່າ, ຫວຽດນາມ ​ໄດ້​ກາຍ​ເປັນໜຶ່ງ​ໃນ​ບັນດາ​ປະ​ເທດຄູ່​ຮ່ວມ​ມື​ຍາວ​ນານ​ໃນ​ນະ​ໂຍບາຍ​ຮ່ວມ​ມື​ພັດທະນາ​ຂອງ​ແຟງ​ລັງ ​ແລະ ປາດ​ຖະໜາ​ວ່າ ລັດຖະບານຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ບໍລິສັດ​ຂອງ​ແຟງ​ລັງ ມາ​ລົງທຶນ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ​ແຟງ​ລັງ ກໍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ການ​ລົງທຶນ​ເຂົ້າ​ຫວຽດນາມ ​ໃນ​ບັາດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ຄື; ການ​ບໍລິການ​ທີ່​ປຶກສາ, ​ເຕັກ​ໂນ​ໂລ​ຊີ, ພະລັງງານ​ຜະລິດ​ຄືນ​ໃໝ່, ວັດ​ແທກ... ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ