ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບອະດີດ ນາຍົກລັດຖະມົນຕີຍີ່ປຸ່ນ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບອະດີດ ນາຍົກລັດຖະມົນຕີຍີ່ປຸ່ນ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບ​​ອະ​ດີດນາຍ​ຍົກລັດຖະມົນຕີ​ຍີ່ປຸ່ນ
( ພາບ: chinhphu.vn )

( vovworld ) - ຕອນ​ບ່າຍ​ວັນ​ທີ 20/3, ຢູ່​ສຳນັກງານ​ລັດຖະບານ​ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​​ໄດ້ໃຫ້ການ​ຕ້ອນຮັບ​ທ່ານ​ອະ​ດີດນາຍ​ຍົກລັດຖະມົນຕີ​ຍີ່ປຸ່ນ Yukio Hatoyama ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽ​ດນາມ. ທ່ານ Yukio Hatoyama ປະຈຸ​ບັນ​ແມ່ນ​ປະທານ​ພັນທະ​ມິດ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຍີ່ປຸ່ນ - ຫວຽດນາມ. ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ​ ໄດ້​ເນັ້ນ​ໜັກ​ວ່າ ຫວຽດນາມ ປາດ​ຖະໜາພ້ອມ​ກັບ​ຍີ່ປຸ່ນ​ ສືບ​ຕໍ່​ມານະ​ພະຍາຍາມກວ່າ​ອີກ​​ເພື່ອ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ນັບ​ມື້​ນັບ​ເລິກ​ເຊິ​່ງ, ​​ແທດ​ຈິງ, ມີ​ປະສິດ​ທິຜົນ ​ແລະ ໝັ້ນຄົງ​. ທ່ານ​ນາຍົກລັດຖະມົນຕີກໍ່ສະ​ເໜີ​​ໃຫ້​ສະພາ​ແຫ່ງ​ຊາດຍີ່ປຸ່ນ ສະໜັບ​ສະ​ໜູນ​ການ​ເຄື່ອນ​ໄຫວ​ອຸປະຖຳ​ທຶນ ODA ​ໃຫ້​ແກ່​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນທຶນ ODA ​ໃຫ້​ແກ່​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ, ພິ​ເສດ​ແມ່ນ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ຂົນ​ສົ່ງ ​ແລະ ຮັບ​ມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ທ່ານ​ນາຍົກລັດຖະ​ມົນຕີ​ກໍ​ປາດ​ຖະໜາ​ວ່າ ສະພາ​ແຫ່ງ​ຊາດ​ຍີ່ປຸ່ນ ສະໜັບສະໜູນ​ບັນດາ​ວິ​ສາ​ຫະກິດ​ຂອງ​ຍີ່​ປຸນ ​ມາ​ລົງທຶນ​ຢູ່​ຫວຽດນາມ​ຕາມ​ຮູບ​ແບບ PPP, ຊຸກຍູ້​ການ​ຮ່ວມ​ມືດ້ານ​ສຶກສາ​ບຳລຸງ​ສ້າງ, ວັດທະນາ​ທຳ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ…

        ທ່ານ​ອະ​ດີດນາຍົກລັດຖະມົນຕີຍີ່ປຸ່ນ Yukio Hatoyama ​ຖື​ວ່າ, ນອກຈາກ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ແລ້ວ ສອງ​ຝ່າຍ​ຄວນ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົມຊ້ອນ​ໃຫຍ່ຫຼວງ​ຄື; ພະລັງງານ, ການຄຸດ​ຄົ້ນ​ດິນທີ່​ຫາ​ຍາກ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.
ຂ່າວ/ບົດ​ອື່ນ