(vovworld) - ຕອນເຊົ້າວັນທີ 18/03, ທີ່ການຕ້ອນຮັບທ່ານ Romano Prodi, ອະດີດປະທານຄະນະກຳມະການເອີລົບ (EC), ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແລະ ເຂົ້າຮ່ວມບັນດາເຫດການ “ຂົວເຊື່ອມຕໍ່ - ການເຈລະຈາທີ່ມຸ່ງໄປເຖິງວັດທະນະທຳສັນຕິພາບ” ອາຊຽນ ຄັ້ງທີ 4 ໂດຍກອງທຶນສັນຕິພາບສາກົນ ສົມທົບກັບກະຊວງສຶກສາ ແລະ ບຳງລຸງສ້າງຫວຽດນາມ ຈັດຕັ້ງຂຶ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢືນຢັນວ່າ, ຫວຽດນາມ ຕີລາຄາສູງການປະກອບສ່ວນສຳຄັນຂອງທ່ານ Prodi ໃນການຊຸກຍູ້ການພົວພັນອັນດີງາມລະຫວ່າງຫວຽດນາມ ກັບ ອີຕາລີ ເວົ້າສະເພາະ ແລະ ກັບ ສະຫະພາບເອີລົບ ເວົ້າລວມ. ທ່ານນາຍົກລັດຖະມົນຕີຫວັງວ່າ ດ້ວຍອິດທິພົນຊື່ສຽງຂອງຕົນ, ທ່ານ Prodi ຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງຫວຽດນາມ - ອີຕາລີ ແລະ ຫວຽດນາມ - ສະຫະພາບເອີລົບ, ໂດຍສະເພາະແມ່ນໃນສະພາບການທີ່ຫວຽດນາມ ແລະ ສະຫະພາບເອີລົບ ພວມເຈລະຈາສັນຍາການຄ້າເສລີ FTA. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: ຫວຽດນາມ ເວົ້າສະເພາະ ແລະ 10 ປະເທດອາຊຽນ ເວົ້າລວມ ປາດຖະໜາຢາກຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ເພື່ອສ້າງປະຊາຄົມອາຊຽນ ໃນປີ 2015; ຫວັງວ່າ ທ່ານ Prodi ກໍຄື ສະຫະພາບເອີລົບ ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ໃນວຽກງານແກ້ໄຂການພິດພາດກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບທະເລປີ 1982.