ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢ້ຽມຢາມຝລັ່ງ ແລະ ເຂົ້າຮ່ວມກອງປະຊຸມຂອງສະມັດຊາໃຫຍ່ສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢ້ຽມຢາມຝລັ່ງ ແລະ ເຂົ້າຮ່ວມກອງປະຊຸມຂອງສະມັດຊາໃຫຍ່ສະຫະປະຊາຊາດ - ảnh 1
(ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ແລະ ພັນ​ລະ​ຍາ)

(vovworld) - ​​ ວັນ​ທີ 23 ກັນຍາ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ, ​ໄປ​ຢ້ຽມຢາມ​ຝລັ່ງ ​ແຕ່​ວັນ​ທີ 24 – 26 ກັນຍາ ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ວາລະ​ປຶກສາ​ຫາລື​ຂັ້ນ​ສູງຂອງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ຊຸດ​ທີ 68 ຢູ່​ອາ​ເມ​ລິ​ກາ ​ໃນ​ລະຫວ່າງ​ວັນ​ທີ 26 – 28 ກັນຍາ. ການ​ຢ້ຽມຢາມ​ ຝລັ່ງ ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ນາຍົກ​ລັດຖະມົນຕີ​ຫງວຽນ​ເຕີນ​ຢຸງ ເພື່ອ​ແນ​ໃສ່​ຢືນຢັນ​ຄວາມ​ສຳຄັນ​ໃນ​ຍຸດ​ທະ​ສາດ​ຂອງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຝລັ່ງ, ປະກອບສ່ວນ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ 2 ປະ​ເທດ​​ເລິກເຊີ່ງຂຶ້ນ​ຕື່​ມ, ຍົກ​ສູງ​ທີ່​ຕັ້ງ​ຂອງ​ຫວຽດນາມ ຢູ່​ເອີ​ລົບ. ຄາດ​ວ່າ, ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ການ​ນຳ​ຫວຽດນາມ ​ແລະ ຝລັ່ງ ຈະ​ຕົກລົງ​ຍົກ​ການ​ພົວພັນ​ລະຫວ່າງ 2 ປະ​ເທດຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ​ເປີດ​ບັນດາ​ແງ່​ຫວັງ​ໃໝ່​ໃຫ້​ແກ່​ການ​ພົວພັນລະຫວ່າງ 2 ຝ່າຍ.

        ພາຍຫຼັງ​ການ​ຢ້ຽມຢາມ​ຝລັ່ງ, ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ນຳ​ໜ້າຈະ​ເຂົ້າ​ຮ່ວມ​ວາລະ​ປຶກສາ​ຫາລື​ຂັ້ນ​ສູງຂອງສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ຊຸດ​ທີ 68 ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຜັນ​ຂະຫຍາຍແນວທາງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງເລີກ​ເຊິ່ງ, ກວ້າງ​ຂ​ວາງ, ຍົກ​ສູງ​ທີ່​ຕັ້ງ​ຂອງ​ຫວຽດນາມ, ຢືນຢັນຫວຽດນາມ ​ແມ່ນ​ສະມາ​ຊິກ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ​ສະຫະ​ປະຊາ​ຊາດ, ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ສະຫະ​ປະຊາ​ຊາດ ​ເວົ້າ​ລວມ ​ແລະ ກັບ​ບັນດາ​ອົງການ​ວິຊາ​ການ​ຂອງ​ສະຫະ​ປະຊາ​ຊາດ ​ເວົ້າ​ສະ​ເພາະ. ທີ່​ວາລະ​ປຶກສາ​ຫາລືຂັ້ນ​ສູງຂອງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ຊຸດ​ທີ 68 ​ໃນ​ວັນ​ທີ 27 ກັນຍາ, ຄາດ​ວ່າ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຈະ​ມີ​ບົດ​ກ່າວ​ປາ​ໄສ​ແບ່ງປັນ​ບົດຮຽນ​ຂອງ​ຫວຽດນາມ ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ຈຸດໝາຍ​ສະຫັດ​ສະ​ວັດ, ​ໃນ​ນັ້ນ​ຊີ້​ແຈ້ງ​ຄວາມ​ສຳ​ຄັນ​ຂອງ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ ປະກອບສ່ວນ​ປັບປຸງ​ສັນຕິພາບ, ​ແກ້​ໄຂ​ບັນດາ​ການ​ປະ​ທະ​ກັນ​ໃນ​ໂລກ; ສະ​ແດງ​​ໃຫ້​ເຫັນວ່າ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ປະກອບສ່ວນ​ຢ່າງ​ຕັ້ງ​ໜ້າ ​ແລະ ມີ​ປະສິດ​ທິຜົນ​ເຂົ້າ​ໃນ​ວຽກ​ງານ​ລວມຂອງ​ສະຫະ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ