(vovworld) – ຕອນເຊົ້າວັນທີ 28 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງອອກຈາກນິວຢອກ ກັບເມືອປະເທດ, ສິ້ນສຸດການຢ້ຽມຢາມສ.ຝລັ່ງ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືຂັ້ນສູງຂອງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 68.
ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງໄດ້ມີບົດກ່າວປາໄສສຳຄັນທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ; ພົບປະເຈລະຈາກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ ບານກີມູນ; ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry; ຕ້ອນຮັບຜູ້ຕາງໜ້າທະນາຄານໂລກ, ກອງທຶນເງິນຕາສາກົນ ແລະ ເຮັດວຽກກັບບາງອົງການຈັດຕັ້ງສາກົນ.
ທີ່ການເຂົ້າຮ່ວມກອງປະຊຸມຂອງສະມັດຊາໃຫຍ່ສະຫະປະຊາຊາດ ດ້ວຍຫົວຂໍ້ວ່າ “ມວນມະນຸດຕ້ອງການໂລກປອດສົງຄາມ, ບໍ່ອຶດຫິວທຸກຍາກ”. ຕອນເຊົ້າວັນທີ 28 ກັນຍາ, ຢູ່ສຳນັກງານສະຫະປະຊາຊາດ (ສປຊ), ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ມີບົດກ່າວປາໄສສຳຄັນທີ່ກອງປະຊຸມປຶກສາຫາລືຂັ້ນສູງຂອງສະພາຄວາມໝັ້ນຄົງ ສປຊ ຊຸດທີ 68. ບົດກ່າວປາໄສຂອງທ່ານນາຍົກ ໄດ້ຍົກອອກຄວາມສຳຄັນຂອງການສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ປະກອບສ່ວນປັບປຸງສັນຕິພາບ, ແກ້ໄຂບັນດາການປະທະກັນໃນໂລກ, ສະແດງຈິດໃຈຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນວຽກງານລວມຂອງສປຊ ຢ່າງຕັ້ງໜ້າ.
ຂຶ້ນຕົ້ນບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ເຖິງວ່າໂລກມີການປ່ຽນແປງຫຼາຍຢ່າງໃນ 1 ທົດສະວັດຜ່ານມາ, ເຖິງວ່າສັນຕິພາບ, ການຮ່ວມມື, ພັດທະນາແມ່ນທ່າອຽງຕົ້ນຕໍ່ໃນປະຈຸບັນກໍ່ຕາມ, ແຕ່ໄພເກີດສົງຄາມຍັງບໍ່ທັນຖືກປັດເຂ່ຍເທື່ອ. ສິ່ງດັ່ງກ່າວໄດ້ວາງບັນດາໜ້າທີ່ອັນໜັກໜ່ວງໃຫ້ປະຊາຄົມໂລກ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ໃຜໆເມື່ອກຳເນີດຂຶ້ນຕ່າງກໍ່ມີສິດສະເໝີພາບ, ຊີວິດຂອງມະນຸດ ເຖິງວ່າຈະຢູ່ທະວີບໃດກໍ່ລ້ວນແຕ່ມນຄຸນຄ່າຄ້າຍຄືກັນ. ທຸກໆການກະທຳກະຫາຍສົງຄາມລ້ວນແຕ່ຖືກກ່າວປະນາມ, ສະກັດກັ້ນ. ບໍ່ວ່າຄວາມມານະພະຍາຍາມໃດທີ່ສິກັດກັ້ນການປະທະກັນລ້ວນແຕ່ໄດ້ຮັບການເຄົາລົບ ແລະ ສະໜັບສະໜູນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ.
“ການປະທະກັນ, ສົງຄາມ ພຽງແຕ່ຖືກສະກັດກັ້ນເມື່ອບັນດາການກະທຳໄປຝືນກັບກົດບັດສປຊ, ຜິດກັບກົດໝາຍສາກົນ, ມີລັກສະນະຈັດວາງ... ຕ້ອງຕໍ່ສູ້ເພື່ອປັດເຂ່ຍ. ສັນຕິພາບໄດ້ຮັບການຮັກສາເມື່ອບັນດາປະເທດເຄົາລົບເອກະລາດປະຊາທິປະໄຕ ແລະ ມູນເຊື້ອວັດທະນະທຳຂອງກັນ, ບໍ່ຈັດວາງມາດຖານດ້ານການເມືອງ, ຄຸນສົນບັດຕໍ່ກັນ; ເມື່ອບົດບາດຂອງສປຊ, ສະພາຄວາມໝັ້ນຄົງສປຊ ໄດ້ເສີມຂະຫຍາຍ... ແລະເໜືອກວ່າສິ່ງໃດໝົດແມ່ນຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດ ເຊິ່ງຕ້ອງໄດ້ຮັບການເພີ່ມພູນຄຸນສ້າງສຸດຈິດສຸດໃຈຢ່າງບໍ່ຢຸດຢັ້ງ, ທ່າທີຈິ່ງໃຈ ແລະ ບັນດາການເຄື່ອນໄຫວແທດຈິງ, ລະອຽດ. ”
ແບ່ງປັນກ່ຽວກັບບັນຫາປະຕິບັດບັນດາຈຸດໝາຍສະຫັດສະວັດ, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ເຖິງວ່າດ້ວຍຄວາມມານະພະຍາຍາມຕ້ານຄວາມອຶດຫິວ, ທຸກຍາກ ບັນລຸໄດ້ຜົນງານຫຼາຍຢ່າງກໍ່ຕາມ, ແຕ່ໄລຍະຫ່າງ ລະຫວ່າງຜູ້ຮັ່ງມີ ແລະ ທຸກຍາກຍັງສືບຕໍ່ເພີ່ມຂຶ້ນ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ວົງຄະນະຍາດສາກົນ ຕ້ອງມານະພະຍາຍາມກວ່າອີກ ໃຫ້ແກ່ໂຄງການດຳເນີນງານເພື່ອການພັດທະນາພາຍຫຼັງປີ 2015 ແນໃສ່ປົກປັກຮັກສາສັນຕິພາບ, ຊຸກຍູ້ການຮ່ວມມື, ລົບລ້າງຄວາມອຶດຫິວ, ທຸກຍາກ ແລະ ປົກປັກຮັກສາໜ່ວຍໂລກ.
ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ຫວຽດນາມ ໄດ້ກ້າວຂຶ້ນຈາກສົງຄາມທີ່ນອງເລືອດເປັນ 2 ຄັ້ງ, ຫວຽດນາມ ໄດ້ເລີ່ມສ້າງສາປະເທດຊາດຄືນໃໝ່, ປ່ຽນໃໝ່, ເຊື່ອມໂຍງ ແລະ ພັດທະນາ. ຫວຽດນາມ ໄດ້ນຳຈຸດໝາຍພັດທະນາສະຫັດສະວັດເຂົ້າໃນຍຸດທະສາດພັດທະນາຂອງຕົນ, ສົມທົບການເຕີບໂຕດ້ານເສດຖະກິດກັບຄວາມກ້າວໜ້າຢ່າງແໜ້ນແຟ້ນ, ດ້ວຍທິດນຳທີ່ວ່າມະນຸດແມ່ນເປົ້າໝາຍ, ແມ່ນໃຈກາງຂອງການພັດທະນາ, ຫວຽດນາມ ເອົາໃຈໃສ່ເຖິງການລົງທຶນໃຫ້ແກ່ສາທາລະນະສຸກ, ການສຶກສາ...ເປັນພິເສດ ໃຫ້ແກ່ປະຊາຊົນ, ໂດຍສະເພາະແມ່ນບັນດາເຂດທຸກຍາກ, ປະຊາຊົນເບັນດາຜົ່າສ່ວນໜ້ອຍ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ກ່າວວ່າ.
“ຍາມໃດພວກຂ້າພະເຈົ້າກໍ່ມານະພະຍາຍາມເຂົ້າຮ່ວມການສ້າງສັນຕິພາບ, ລົບລ້າງຄວາມອຶດຫິວ, ທຸກຍາກ, ປົກປັກຮັກສາໜ່ວຍໂລກຂອງພວກເຮົາ. ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສປຊ. ຫວຽດນາມ ພວມ ແລະ ຈະແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ມີໜ້າທີ່ຮັບຜິດຊອບຂອງວົງຄະນະຍາດສາກົນ.”
ສິ້ນສຸດບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີ ສະແດງຄວາມເຊື່ອໝັ້ນວ່າ “ໂຄງການດຳເນີນງານເພື່ອການພັດທະນາພາຍຫຼັງປີ 2015” ຈະສຳເລັດ ມຸ່ງໄປເຖິງໂລກທີ່ປອດມີສົງຄາມ, ບໍ່ມີຄວາມອຶດຫິວທຸກຍາກ.