(vovworld) - ວັນທີ 27/01, ຢູ່ແຂວງແທງຮ໋ວາ, ຫວຽດນາມ, ບໍລິສັດກັ່ນນ້ຳມັນງີເຊີນ ຈຳກັດ ສົມທົບກັບ ກຸ່ມນັກປະມູນ EPC ໄດ້ລົງນາມໃນສັນຍາ EPC - ໂຄງການຮ່ວມມືກັ່ນນ້ຳມັນງີເຊີນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ພ້ອມກັບບັນດາການນຳກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນໄດ້ເຂົ້າຮ່ວມເຫດການນີ້. ໂຄງການຮ່ວມມືກັ່ນນ້ຳມັນງີເຊີນ ໄດ້ຮັບການຜັນຂະຫຍາຍກໍສ້າງຢູ່ເຂດເສດຖະກິດງີເຊີນ, ເມືອງຕິ້ງຢາ, ແຂວງແທງຮ໋ວາ ດ້ວຍຍອດເງິນລົງທຶນເກືອນ 9 ຕື້ USD. ກ່າວຄຳເຫັນທີ່ພິທີລົງນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ ໂຄງການຮ່ວມມືກັ່ນນ້ຳມັນງີເຊີນ ແມ່ນໂຄງການຈຸດສຸມແຫ່ງຊາດ, ມີຍອດເງິນລົງທຶນໃຫຍ່ອັນດັບໜຶ່ງຂອງຫວຽດນາມ ໃນປະຈຸບັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຊີ້ແຈ້ງວ່າ.
“ກ່ອນອື່ນໝົດ, ຂ້າພະເຈົ້າຮຽກຮ້ອງໃຫ້ເຈົ້າຂອງລົງທຶນ ແມ່ນບໍລິສັດກັ່ນນ້ຳມັນງີເຊີນ ຈຳກັດ, ນີ້ແມ່ນບໍລິສັດລວມທັງກຸ່ມບໍລິສັດໃຫຍ່ນ້ຳມັນອ້າຍແກດແຫ່ງຊາດຫວຽດນາມ, 2 ກຸ່ມບໍລິສັດອັນດັບໜຶ່ງຂອງຍີ່ປຸ່ນ ແລະ ກຸ່ມບໍລິສັດນ້ຳມັນອາຍແກດແຫ່ງຊາດ ຄູເວດ, ອາດເວົ້າໄດ້ວ່າ 4 ກຸ່ມບໍລິສັດໃຫຍ່ຂອງ 3 ປະເທດ, ຕ້ອງປະຕິບັດບັນດາຄຳໝັ້ນສັນຍາຂອງເຈົ້າຂອງລົງທຶນຢ່າງເຂັ້ມງວດ, ກໍຄືບັນດາຄວາມຮຽກຮ້ອງຂອງນັກປະມູນ EPC ແມ່ນບັນດານັກປະມູນອັນດັບໜຶ່ງຂອງຍີ່ປຸ່ນ ແລະ ບາງປະເທດອື່ນກໍຕ້ອງປະຕິບັດບັນດາຄຳໝັ້ນສັນຍາຂອງຕົນເຊິ່ງໄດ້ຮັບການລົງນາມໃນມື້ນີ້ຢ່າງເຂັ້ມງວດ. ພຽງແຕ່ປະຕິບັດດ້ວຍໜ້າທີ່ຮັບຜິດຊອບ, ມີຄວາມຮັບຜິດຊອບຢ່າງສູງ ກໍຄືບັນດາຄຳໝັ້ນສັນຍາ, ລະດັບຄວາມຄືບໜ້າຈຶ່ງຈະປະຕິບັດໄດ້ຖືຕາມລະດັບຄວາມຄືບໜ້າມີປະສິດທິຜົນ, ປອດໄພ. ສິ່ງສຳຄັນທີ່ສຸດຂ້າພະເຈົ້າຢາກເນັ້ນໜັກນັ້ນແມ່ນ ຕ້ອງປະຕິບັດບັນດາສິ່ງທີ່ເຮົາໄດ້ໃຫ້ຄຳໝັ້ນສັນຍາ ແລະ ລົງນາມ”.