(vovworld) – ຕອນເຊົ້າວັນທີ 25/11 ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ ໄດ້ດຳເນີນກອງປະຊຸມຂັ້ນສູງເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 8 ດ້ວຍການເຂົ້າຮ່ວມຂອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕິ໋ນຢຸງ, ນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ. ກອງປະຊຸມດຳເນີນໄປໃນສະພາບການຮ່ວມມືໃນເຂດສາມຫຼ່ຽມພັດທະນາບັນລຸໄດ້ຄວາມກ້າວໜ້າສຳຄັນ ແລະ ທັງສາມປະເທດພວມພ້ອມກັບບັນດາປະເທດອາຊຽນອື່ນໆກໍ່ສ້າງປະຊາຄົມອາຊຽນໃນປີ 2015.
ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ CLV-8, ທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ, ທ່ານນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ ແລະ ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີນຢຸງ ໄດ້ເນັ້ນໜັກວ່າ: ຄວາມມານະພະຍາຍາມລວມຂອງ 3 ປະເທດໃນ 2 ປີຜ່ານມາໄດ້ຊ່ວຍຍູ້ແຮງການຮ່ວມມືຮອບດ້ານ, ປັບປຸງການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບຢ່າງໜັກແໜ້ນ ກໍ່ຄືສ້າງກຳລັງໜູນຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຂອງເຂດ 3 ຫຼ່ຽມພັດທະນາ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ໃຫ້ຄຳໝັ້ນສັນຍາຂອງລັດຖະບານຫວຽດນາມໃນການຮ່ວມມືເຂດສາມຫຼ່ຽມພັດທະນາ; ພ້ອມທັງສະເໜີຍົກລະດັບ ແລະ ເປີດກວ້າງການຮ່ວມມືໃນເຂດສາມຫຼ່ຽມພັດທະນາຕິດພັນກັບຫຼາຍມາດຕະການສຳຄັນ:
“ໃນໄລຍະຈະມາເຖິງ, ເພື່ອເຮັດໃຫ້ການຮ່ວມມືລະຫວ່າງສາມປະເທດເໝາະສົມກັບຄວາມສາມາດບົ່ມຊ້ອນຂອງພາກພື້ນ. ຮັດແຄບຊ່ອງຫວ່າງພັດທະນາ, ສະແຫວງຫາກາລະໂອກາດເຊິ່ງປະຊາຄົມເສດຖະກິດອາຊຽນນຳມາໃຫ້. ຂ້າພະເຈົ້າຖືວ່າ, ລັດຖະບານສາມປະເທດຄວນສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນກວ່າອີກ. ກອງປະຊຸມຄັ້ງນີ້ແມ່ນໂອກາດເພື່ອໃຫ້ພວກເຮົາສຳຫຼວດກວດຄືນສະພາບກອງປະຊຸມກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 7 ແລະ ກຳນົດທິດທາງຮ່ວມມືໃໝ່ ແນໃສ່ຍົກສູງຄວາມສາມາດຜະລິດ, ລັກສະນະແກ່ງແຍ້ງ ແລະ ຄວາມສາມາດດຶງດູດການລົງທຶນຂອງເຂດສາມຫຼ່ຽມພັດທະນາ. ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍຜົນສຳເລັດຂອງກອງປະຊຸມຄັ້ງນີ້ ຈະຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສາມປະເທດກວ່າອີກ ແລະ ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາຢ່າງໝັ້ນຄົງ ແລະ ຄວາມວັດທະນາຖາວອນລວມຂອງອະນຸພາກພື້ນແມ່ນຳ້ຂອງ“.
ກອງປະຊຸມເຫັນດີເປັນເອກະສັນກັບຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢຸງ ກ່ຽວກັບການຍົກລະດັບ ແລະ ເປີດກ້ວາງຂອບເຂດການຮ່ວມມື ເຂດ 3 ຫຼ່ຽມພັດທະນາ ແລະ ມອບໃຫ້ຄະນະກຳມະການປະສານງານລວມສ້າງແຜນຮ່າງກ່ຽວກັບການເຊື່ອມຈອດ ເສດຖະກິດສາມປະເທດເພື່ອຍື່ນສະເໜີຕໍ່ກອງປະຊຸມຂັ້ນສູງຄັ້ງທີ 9. ກອງປະຊຸມກໍ່ເຫັນດີເປັນເອກະພາບຕໍ່ບາງມາດຕະການລະອຽດ ເພື່ອແນໃສ່ຍົກສູງປະສິດທິຜົນການຮ່ວມມື. ນາຍົກລັດຖະ ມົນຕີ ສາມທ່ານຍັງເຫັນດີເປັນເອກະສັນຈະເພີ່ມທະວີການຮ່ວມມື ດ້ານການປ້ອງກັນຄວາມສະຫງົບການຕ່າງປະເທດ, ພິເສດແມ່ນໃນການປ້ອງກັນ, ຕ້ານການຄ້າມະນຸດ, ຕ້ານການຄ້າຂາຍຢາເສບຕິດ, ອາດຊະຍາກຳຂ້າມຊາຍແດນ, ຮັບມືກັບໂລກພະຍາດຕິດແປດ ແລະ ໄພທຳມະຊາດ, ຊຸກຍູ້ບັນດາລາຍການຮ່ວມມືລວມກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງແຫຼ່ງຊັບພະຍາກອນທຳມະຊາດ.
ສິ້ີ້ນສຸດກອງປະຊຸມ, ທ່ານນາຍົກລັດຖະມົນຕີລາວ ທອງສິງທຳມະວົງ, ທ່ານນາຍົກ ລັດຖະມົນຕີກຳປູເຈຍ ຮຸນແຊນ ແລະ ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີນຢຸງ ໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບການຮ່ວມມືເຂດ 3 ຫຼ່ຽມພັດທະນາ.
ຖະແຫຼງການຮ່ວມຂອງກອງປະຊຸມຂັ້ນສູງເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 8, ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງ 3 ປະເທດ ໃນການເພີ່ມທະວີ ແລະ ເຮັດໃຫ້ການຮ່ວມມືແລະພັດທະນາຮອບດ້ານລະຫວ່າງບັນດາປະເທດ CLV ຢ່າງເລິກເຊິ່ງກວ່າອີກບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ, ການຮ່ວມມືຮອບດ້ານ ແລະ ຖານບ້ານໃກ້ເຮືອນຄຽງມິດຕະພາບ. ຕາມເນື້ອໃນຖະແຫຼງການຮ່ວມ, 3 ປະເທດໄດ້ເຫັນດີເພີ່ມທະວີການຮ່ວມມືເພື່ອຮັດແຄບຊ່ອງຫວ່າງໃນການພັດທະນາລະຫວ່າງບັນດາປະເທດອາຊຽນ, ໃນນັ້ນມີການສ້າງປະຊາຄົມອາຊຽນ ຢ່າງມີປະສິດທິຜົນ ແລະ ທັນການ. ຖະແຫຼງການຮ່ວມກໍ່ຢືນຢັນຄືນໃໝ່ຄວາມສຳຄັນຂອງການຮັບປະກັນຄວາມສະຫງົບປອດໄພ ແລະ ສະພາບແວດລ້ອມໝັ້ນຄົງໃຫ້ບັນດານັກລົງທຶນ ແລະ ປະຊາຊົນໃນເຂດ 3 ຫຼ່ຽມພັດທະນາ; ເຫັນດີປະຕິບັດບັນດາສັນຍາ 2 ຝ່າຍ ແລະ ຫຼາຍຝ່າຍ ກ່ຽວກັບການຂົນສົ່ງຄົນແລະ ສິນຄ້າໃນເຂດສາມຫຼ່ຽມພັດທະນາ. ບັນດາຝ່າຍກໍ່ຢືນຢັນຄືນໃໝ່ຄຳໝັ້ນສັນຍາປົກປັກຮັກສາສິ່ງແວດລ້ອມ, ນຳໃຊ້ ແລະ ຄຸ້ມຄອງບັນດາແຫຼ່ງຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນ ເພື່ອຈຸດໝາຍພັດທະນາຢ່າງໝັ້ນຄົງຂອງແຕ່ລະປະເທດ ແລະ ທັງເຂດ 3 ຫຼ່ຽມພັດທະນາ. ກຳປູເຈຍ, ລາວ ແລະ ຫວຽດນາມ ເຫັນດີຈັດຕັ້ງກອງປະຊຸມຂັ້ນສູງເຂດ 3 ຫຼ່ຽມພັດທະນາ CLV ຄັ້ງທີ 9 ຢູ່ລາຊະອານາຈັກກຳປູເຈຍ ໃນປີ 2016.