ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຈລະຈາກັບບັນດາ ກຸ່ມບໍລິສັດອາເມລິກາ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຈລະຈາກັບບັນດາ ກຸ່ມບໍລິສັດອາເມລິກາ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ​ໄດ້​ມີ​ການ​ພົບ​ປະ​ກັບ
​ບັນດາ​ກຸ່ມ​ບໍ່​ລິ​ສັດ​ອັນ​ດັບ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ
(ພາບ: baodatviet.vn)


(vovworld) - ວັນ​ທີ 27 ກັນຍາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ກຸ່ມ​ບໍ່​ລິ​ສັດ​ອັນ​ດັບ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ ຢືນ​ຢັນ​ວ່າ: ຫວຽດນາມ ປາດ​ຖະໜາ​ຢາກ​ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ ​ໃນ​ທຸກໆ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ຫວຽດນາມ ພວມ​ດຳ​ເນີນ​ການ​ເຈລະຈາສັນຍາ​ການ​ຄ້າ​ເສລີ​ສຳຄັນ 6 ສະບັບ, ພິ​ເສດ​ແມ່ນ​ຕັ້ງໜ້າ​ປະ​ກອບ​ສ່ວນ​ຍູ້​ແຮງ​ວິວັດ​ການ​ເຈລະ​ຈາ TPP. ທ່ານ​ກ່າວ​ວ່າ.

        “ຫວຽດນາມ ພວມ​ປະຕິ​ຮູບລະບອບເສດຖະກິດ​ການ​ຕະຫຼາດ​ໂດຍ​ໄວ ​ເພື່ອ​ເຂົ້າ​ຮ່ວມ​ພື້ນຖານ​ເສດຖະກິດ​ໂລກຢ່າງ​ກວ້າງຂວາງ ​ແລະ ​ເລີກ​ເຊິ່ງກວ່າ​. ລະອຽດ​ແມ່ນ​ພວກ​ຂ້າພະ​ເຂົ້າ​ພວມ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ 6 ສະບັບ, ປະຈຸ​ບັນ​ພວມ​ເຈລະຈາ ​ແລະ ​ໄດ້​ມີ​ການ​ປະກອບສ່ວນ​ໃນ​ການ​ພັດທະນາ TPP ຢ່າງ​ຕັ້ງ​ໜ້າ. ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ ​ເພື່ອ​ຊຸກຍູ້​ການ​ເຈລະຈາ TPP ​​ໃຫ້​ສຳ​ເລັດ​ໂດຍ​ໄວ.”

        ​ແບ່ງປັນ​ກັບ​ຂໍ້​ສັງ​ເຫດ​ດັ່ງກ່າວ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ, ທ່ານ Alexander C.Felman, ປະທານ​ສະພາ​ດຳ​ເນີນ​ທຸລະ​ກິດ​ອາ​ເມ​ລິ​ກາ ຢືນຢັນ​ວ່າ.

        “ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ການ​ສະໜັບສະໜູນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ທີ່​ມີ​ຕໍ່​ການ​ເພິ່ມທະວີ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ພວກ​ຂ້າພະ​ເຈົ້າ​ສະໜັບ​ສະ​ໜູນຢ່າງ​ແຮງ​ເລື່ອງ​ຫວຽດນາມ ​ເຂົ້າ​ຮ່ວມ TPP, ຫວັງ​ວ່າ​ນີ້​ຈະ​​ແມ່ນ​ກຳລັງ​ໜູນ​​ເພື່ອຊຸກຍູ້ການ​ພັດທະນາ​ຂອງ​ບັນດາ​ວິ​ສາ​ຫະກິດ, ບັນດາ​ບໍລິ​ສັດ​ຂອງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ບັນດາ​ນັກທຸລະກິດ​ອາ​ເມ​ລິ​ກາ ກໍ່​ປາດ​ຖະໜາ​ມີ​​ແຜນ​ການ​ເປີດ​ກວ້າງ​ການ​​ເຄື່ອນ​ໄຫວດຳ​ເນີນ​ທຸລະ​ກິດຢູ່​ຫວຽດນາມ ກ່ອນ​ທີ່ TPP ສຳ​ເລັດ”.

        ກ່ອນ​ນັ້ນ, ທ່ານ​ນາຍົກລັດຖະມົນຕີກໍ່ມີ​ການ​ພົບ​ປະ​ 2 ຝ່າຍ​ກັບ​ທ່ານ​ນາຍົກລັດ​ຖະມົນຕີ Moldova ​ແລະ ທ່ານ​ນາຍົກລັດຖະມົນຕີ Haiti ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ