ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີ ຍີ່ປຸ່ນ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີ ຍີ່ປຸ່ນ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ)

(vovworld) - ຕອນ​ເຊົ້າ​ວັນ​ທີ 01/08, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​​ໂອ້​ລົມ​ທາງ​ໂທລະສັບ​ກັບ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe. ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນຢຸງ ​​ໄດ້​ວອຍພອນ​ພັກ​ເສລີ​ປະຊາທິປະ​ໄຕ​ຍີ່​ປຸ່ນ ​ແລະ ທ່ານ​ນາຍົກລັດຖະມົນຕີ Shinzo Abe ຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ສະພາ​ສູງ​ຜ່ານ​ມາ, ຖື​ວ່າໝາກຜົນ​ດັ່ງກ່າວ​​ໄດ້​ສ່ອງ​ແສງ​ໃຫ້​ເຫັນການ​ສະໜັບສະໜູນ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຍີ່ປຸ່ນ ຕໍ່​ລັດຖະບານ ​ແລະ ທ່ານ​ນາຍົກລັດຖະມົນຕີ Shinzo Abe. ທ່ານ​ນາຍົກລັດຖະມົນຕີ Shinzo Abe ຢືນຢັນ​ວ່າ ລັດຖະບານ​ຍີ່ປຸ່ນ​ຖື​ການ​ພົວພັນ​ກັບ​ຫວຽດນາມ ​ເປັນ​ສຳຄັນ​ ​ແລະ ຖື​ຫວຽດນາມ ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​​ເນື້ອ​ເຊື່ອ​ໃຈ​ຂອງ​ຍີ່ປຸ່ນ ​ຢູ່ພາກ​ພື້ນ.

        ນາຍົກລັດຖະມົນຕີ 2 ທ່ານ ຢືນຢັນ​ວ່າ ຈະ​ສືບ​ຕໍ່​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ປະກອບສ່ວນ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ຍີ່ປຸ່ນ ພັດທະນາ​ໃຫ້​ນັບ​ມື້​ນັບ​ຮອບດ້ານ ​ແລະ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ປະກອບສ່ວນ​ເພື່ອສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຝີ​ກ ​ແລະ ​ຢູ່ໃນ​ໂລກ. ນາຍົກລັດຖະມົນຕີ 2 ທ່ານ ກໍ່​ເຫັນ​ດີພ້ອມ​ກັນຊີ້​ນຳບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ແລ​ກປ່ຽນ​ລະຫວ່າງ 2 ປະ​ເທດ, ຜ່ານ​ນັ້ນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ມິດຕະພາບ ​ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ 2 ປະ​ເທດ, ປະກອບສ່ວນ​ປັບປຸງ​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະ​ຫວ່າງ​ຫວຽດນາມ - ຍີ່ປຸ່ນ ​​ໃຫ້​ໝັ້ນຄົງ, ​ເຂັ້ມ​ແຂງ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ​ແລະ ຜູ້​ຮ່ວມ​ຕຳ​ແໜ່​ງຍີ່ປຸ່ນ       Shinzo Abe ​ໄດ້​ແລກປ່ຽນ​ບາງ​ບັນຫາ​ສາກົ​ນ ​ແລະ ພາກ​ພື້ນ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ພ້ອມ​ທັງ​ເຫັນ​ດີ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ ​ແລະ ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ