ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງເຮັດວຽກ ຢູ່ແຂວງ ຟູທໍ້ ແລະ ຮ່ານາມ ວັນອັງຄານ ທີ 13 ສິງຫາ ຄ.ສ. 2013 | 13:09:58 ທ່ານຫງວຽນເຕິນຢຸງເຮັດວຽກຢູ່ແຂວງຮ່ານາມ (ພາບ:nguyentandung.org) (vovworld)- ແຂວງຟູທໍ້ ແລະ ຮ່ານາມ ຕ້ອງນຳວິທະຍາສາດເຕັກໂນໂລຊີເຂົ້າໃນການຜະລິດກະສິກຳ ຕິດພັນກັບໂຄງການກໍ່ສ້າງຊົນນະບົດໃໝ່ຢ່າງໄວວາ, ພ້ອມທັງຕ້ອງຂຸດຄົ້ນຄວາມສາມາດບົ່ມຊ້ອນ ທ່າໄດ້ປຽບຢ່າງສຸດຂີດເພື່ອພັດທະນາຂະແໜງບໍລິການ, ການທ່ອງທ່ຽວ ແລະ ການດຶງດູດການລົງທຶນເຕັກໂນໂລຊີສູງ, ໃຊ້ພະລັງງານໜ້ອຍ, ສະໜິດຕິດພັນກັບສິ່ງແວດລ້ອມ. ນີ້ແມ່ນຄຳເຈາະຈີ້ມຂອງທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ທີ່ການເຮັດວຽກກັບການນຳຫຼັກແຫຼ່ງແຂວງຟູທໍ້ ແລະ ຮ່ານາມ ກ່ຽວກັບສະພາບການເສດຖະກິດ ສັງຄົມຂອງທ້ອງຖິ່ນ. ສຳລັບແຂວງຟູທໍ້, ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ຖືວ່າ ຟູທໍ້ ຄວນສຸມໃສ່ປະຕິບັດແຜນການພັດທະນາເສດຖະກິດສັງຄົມທີ່ໄດ້ວາງອອກໃນປີ 2013 ໃຫ້ບັນລຸໝາກຜົນສູງສຸດ, ໃນນັ້ນຕ້ອງເອົາໃຈໃສ່ເປັນພິເສດເຖິງການຊຸກຍູ້ການພັດທະນາການຜະລິດກະສິກຳ ຕິດພັນກັບອຸດສາຫະກຳປຸງແຕ່ງ ແລະ ຕຳຫຼາດຈຳໜ່າຍເພື່ອແນໃສ່ກໍ່ສ້າງຊົນນະບົດໃໝ່. ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ຮຽກຮ້ອງໃຫ້ແຂວງຟູທໍ້ ຈົ່ງເສີມຂະຫຍາຍຄຸນຄ່າມໍລະດົກຂັບຊວານຟູທໍ້ ແລະ ການເຫຼື້ອມໄສບູຊາເຈົ້າຊີວິດຮຸ່ງ ເພື່ອສ້າງທ່າໄດ້ປຽບພັດທະນາການທ່ອງທ່ຽວ. ສຳລັບແຂວງຮ່ານາມ, ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ສະເໜີໃຫ້ແຂວງຮ່ານາມ ຕ້ອງໃນການປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ຢ່າງຂ້ຽວຂາດກ່ວາອີກ, ໂດຍຕິດພັນກັບການຫັນປ່ຽນໂຄງປະກອບກະສິກຳ, ສ້າງທົ່ງນາແບບກ້ວາງໃຫ່ຍ, ພັດທະນາອຸດສາຫະກຳປຸງແຕ່ງ. ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ຍັງຕັກເຕືອນວ່າ: ແຂວງຮ່ານາມ ຕ້ອງສືບຕໍ່ປະຕິບັດຢ່າງຂ້ຽວຂາດ, ຄົບຊຸດບັນດາມາດຕະການຮັບປະກັນຊີວິດສັງຄົມ, ແກ້ໄຂວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ຜູ້ອອກແຮງງານ; ຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ຊາວທ້ອງຖິ່ນ. Tag ຟູທໍ້ ແລະ ຮ່ານາມ ຂ່າວ/ບົດອື່ນ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ການຕ້ອນຮັບ ຄະນະການນຳ Asia Sociey ແລະ ເພື່ອນມິດອາເມລິກາຈຳນວນໜຶ່ງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ການພົວພັນ ຫວຽດນາມ - ອາເມລິກາ ເຫັນປະຈັກຕາບັນດາບາດກ້າວພັດທະນາຢ່າງແຮງ ກອງປະຊຸມສົມມຸດຖານ “ສະພາແຫ່ງຊາດໄວເດັກ” ຄັ້ງທີ 2 ມີຫຼາຍເນື້ອໃນໃໝ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ດຳເນີນບັນດາການພົບປະສອງຝ່າຍ ຢູ່ອາເມລິກາ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ການຕ້ອນຮັບ ຄະນະການນຳ Asia Sociey ແລະ ເພື່ອນມິດອາເມລິກາຈຳນວນໜຶ່ງ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ການພົວພັນ ຫວຽດນາມ - ອາເມລິກາ ເຫັນປະຈັກຕາບັນດາບາດກ້າວພັດທະນາຢ່າງແຮງ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ດຳເນີນບັນດາການພົບປະສອງຝ່າຍ ຢູ່ອາເມລິກາ
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ