(vovworld) - ຕອນບ່າຍວັນທີ 8/8, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໄດ້ໄປຮອດສິງຄະໂປ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນເອກະລາດ. ຕອນເຊົ້າວັນທີ 9/8, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ເຂົ້າຮ່ວມການໂອ້ລົມສົນທະນາກັບບັນດາວິສາຫະກິດແຖວໜ້າຂອງສິງຄະໂປ. ກ່າວຄວາມເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງຄະໂປ ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງໃນທຸກຂົງເຂດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ… ທ່ານກໍ່ໃຫ້ຮູ້ວ່າ, ລັດຖະບານຫວຽດນາມຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນສິງຄະໂປ ມາຊຸກຍູ້ບັນດາການເຄື່ອນໄຫວລົງທຶນ, ການຄ້າ, ທຳມາຫາກິນຢ່າງມີປະສິດທິຜົນ, ຍາວນານຢູ່ຫວຽດນາມ. ເມື່ອແລກປ່ຽນກ່ຽວກັບຂົງເຂດຮ່ວມມືລະອຽດ ເຊິ່ງບັນດານັກລົງທຶນສິງຄະໂປ ຍົກອອກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງຕີລາຄາສູງຄວາມປາຖະໜາຢາກຊອກຫາກາລະໂອກາດ, ຫຼືເປີດກວ້າງບັນດາການເຄື່ອນໄຫວຮ່ວມມືລົງທຶນຂອງບັນດາວິສາຫະກິດສິງຄະໂປ ເຂົ້າຫວຽດນາມໃນຂົງເຂດຕ່າງໆເຊັ່ນ: Logistic, ອະສັງຫະລິມາຊັບ, ການບໍລິການພັດຕະຄານ…ລັດຖະບານສອງປະເທດໄດ້ ແລະ ພວມຍູ້ແຮງການເຊື່ອມຕໍ່ເພື່ອຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືລະຫວ່າງສອງປະເທດໃນຂົງເຂດເຫຼົ່ານັ້ນ. ລັດຖະບານຫວຽດນາມ, ບັນດາກະຊວງ, ຂະແໜງການຂອງຫວຽດນາມ ຈະພິຈາລະນາ, ແກ້ໄຂບັນດາຂໍ້ສະເໜີຢ່າງລະອຽດຂອງບັນດາດານັກລົງທຶນສິງຄະໂປ ເຊິ່ງໄດ້ເຕື້ອງເຖິງໃນການໂອ້ລົມສົນທະນາຄັ້ງນີ້.