ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິນ​ຈິງ : ຕ້ານ​ໂລກ​ລະ​ບາດ​ຄື​ດັ່ງ​ຕ້ານ​ສັດ​ຕູ

(VOVWORLD) -ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທັງລອງ ໃຫ້ຮູ້ວ່າ: ຫວຽດນາມ ຕັ້ງເປົ້າໝາຍຈະສ້າງການຕ້ານທານໃນຊຸມຊົນໃນປີ 2021 ແຕ່ຄວາມຕ້ອງການວັກຊິນແມ່ນຫຼວງຫຼາຍ ໃນຂະນະທີ່ສະພາບຂາດເຂີນໃນທົ່ວໂລກ ຍັງບໍ່ທັນຫລຸດລົງເທື່ອ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິນ​ຈິງ : ຕ້ານ​ໂລກ​ລະ​ບາດ​ຄື​ດັ່ງ​ຕ້ານ​ສັດ​ຕູ - ảnh 1

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP/Nhật Bắc )

      ຕອນເຊົ້າວັນທີ 29 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມທາງອອນລາຍທົ່ວປະເທດ ກ່ຽວກັບສະພາບການ, ມາດຕະການແກ້ໄຂອັນຮີບດ່ວນເພື່ອປ້ອງກັ້ນ, ຕ້ານໂລກລະບາດໂຄວິດ 19. ກ່າວຄຳເຫັນໄຂວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ: ສະພາບການໃໝ່, ການຜັນແປໃໝ່ທີ່ສັບສົນກ່ວາຂອງໂລກລະບາດ  ໄດ້ຮຽກຮ້ອງຕ້ອງມີບັນດາມາດຕະການແກ້ໄຂອັນຕັ້ງໜ້າ, ເໝາະສົມ ແລະ ມີປະສິດທິຜົນກ່ວາອີກ ຈຶ່ງຈະຄວບຄຸມ ແລະ ຍູ້ໂລກລະບາດໃຫ້ຖອຍໄປໄດ້, ພິເສດແມ່ນຢູ່ບັນດານະຄອນໃຫ່ຍ ແລະ ບັນດາເຂດອຸດສາຫະກຳ ຕາມຈິດໃຈລວມທີ່ວ່າ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ”.

   ເມື່ອລາຍງານທີ່ວາລະປະຊຸມ, ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທັງລອງ ເນັ້ນໜັກວ່າ:

   ປະຈຸບັນ, ຢູ່ຫວຽດນາມ ມີໂລກລະບາດສາຍພັນໃໝ່ຂອງອັງກິດ ແລະ ອິນເດຍ. ນີ້ແມ່ນສາຍພັນທີ່ອັນຕະລາຍທີ່ສຸດ, ທີມີຈຸດພິເສດແມ່ນໄດ້ແຜ່ລະບາດໄວ, ກ້ວາງໃນອາກາດ. ສະນັ້ນ ຈຶ່ງເຮັດໃຫ້ເພີ່ມຈຳນວນກໍລະນີຕິດເຊື້ອພະຍາດຢ່າງໄວວາ, ໃນໄລຍະສັ້ນໆ.

  ກ່ຽວກັບການປະຕິບັດຍຸດທະສາດການສັກວັກຊິນ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທັງລອງ ໃຫ້ຮູ້ວ່າ: ຫວຽດນາມ ຕັ້ງເປົ້າໝາຍຈະສ້າງການຕ້ານທານໃນຊຸມຊົນໃນປີ 2021 ແຕ່ຄວາມຕ້ອງການວັກຊິນແມ່ນຫຼວງຫຼາຍ ໃນຂະນະທີ່ສະພາບຂາດເຂີນໃນທົ່ວໂລກ ຍັງບໍ່ທັນຫລຸດລົງເທື່ອ. ຢູ່ຫວຽດນາມ, ຄຽງຂ້າງການຍູ້ແຮງການຄົ້ນຄ້ວາ, ຜະລິດວັກຊິນພາຍໃນປະເທດ, ກະຊວງສາທາລະນະສຸກ ກໍ່ໄດ້ຕັ້ງໜ້າເຈລະຈາ, ຊອກຫາທຸກແຫຼ່ງວັກຊິນໃນໂລກ.

 

ຕອບກັບ

ຂ່າວ/ບົດ​ອື່ນ