ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽ​ນ​ຊວັນ​ຟຸກ ຕ້ອນ​ຮັບເອກ​ອັກ​ຄະ​ລັດ​ຖະ​ທູດ ຟີ​ລິບ​ປິນ

(VOVWORLD) -    ຕອນບ່າຍວັນທີ 17 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຟີລິບປິນ Meynardo Los Banos Montealegre ເຂົ້າຢ້ຽມຂ່ຳນັບ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽ​ນ​ຊວັນ​ຟຸກ ຕ້ອນ​ຮັບເອກ​ອັກ​ຄະ​ລັດ​ຖະ​ທູດ ຟີ​ລິບ​ປິນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຟີລິບປິນ Meynardo Los Banos Montealegre (ພາບ: VGP)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການພົວພັນຄູ່ຮ່ວມມືຍຸດທະສາດກັບ ຟີລິບປິນ ເປັນສຳຄັນ, ໃນນັ້ນ, ການພົວພັນຮ່ວມມືໃນຂົງເຂດການເດີນເຮືອ ແມ່ນສຳຄັນທີ່ສຸດ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງປະເທດ ຄວນຊຸກຍູ້ດ້ານການຄ້າ ແລະ ການລົງທຶນໃຫ້ຫຼາຍກວ່າອີກ. ສະເພາະການສະໜອງເຂົ້າສານ, ຫວຽດນາມ ຢັ້ງຢືນວ່າ ຈະສືບຕໍ່ເປັນແຫຼ່ງສະໜອງທີ່ເປັນປົກກະຕິ, ຍາວນານໃຫ້ແກ່ ຟີລິບປິນ, ໂດຍສະເພາະແມ່ນໃນສະພາບການທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ -  19 ແລະ ບັນຫາຄ້ຳປະກັນແຫຼ່ງສະບຽງອາຫານ ແມ່ນມີຄວາມສຳຄັນຍິ່ງ.

        ສຳລັບການສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 45 ປີ, ທ່ານນາຍົກລັດຖະມົນຕີ ຖືວ່າ ນີ້ແມ່ນໂອກາດເພື່ອໃຫ້ສອງປະເທດຮັດແໜ້ນການພົວພັນຫຼາຍກວ່າອີກ ແລະ ຍົກລະດັບການພົວພັນລະຫວ່າງສອງປະເທດ. ພ້ອມທັງສະເໜີໃຫ້ເອກອັກຄະລັດຖະທູດ ຈົ່ງສົມທົບກັບບັນດາອົງການເຈົ້າໜ້າທີ່ທີ່ມີຄວາມຮັບຜິດຊອບຂອງ ຫວຽດນາມ ເພື່ອຈັດຕັ້ງການບັນດາເຄື່ອນໄຫວທີ່ແທດຈິງ.

        ທ່ານນາຍົກລັດຖະມົນຕີ ກໍສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະປະຕິບັດໜ້າທີ່ທາງການທູດ ຢູ່ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຟີລິບປິນ Meynardo Los Banos Montealegre ຈະປະສົບຜົນສໍາເລັດຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ