ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ອວຍ​ພອນ​ປີ​ໃໝ່​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ

(VOVWORLD) -ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີສະຫຼູ 2021, ຕອນບ່າຍວັນທີ 7 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ ແລະ ກວດກາຄວາມພ້ອມຕໍ່ສູ້ຢູ່ບາງກົມກອງກຳລັງຕຳຫຼວດປະຊາຊົນ. 

ທີ່ກົມຕຳຫຼວດອາຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງ ກຳລັງຕຳຫຼວດອາຍາ ທີ່ໄດ້ປະຕິບັດວຽກງານເສນາທິການໃຫ້ແກ່ພັກ, ລັດ ໄດ້ເປັນຢ່າງດີ ຊ່ວຍປະກາດໃຊ້ເອກະສານຫຼາຍສະບັບກ່ຽວກັບການປ້ອງກັນ, ຕ້ານ ອາດຊະຍາກຳອາຍາ; ແກ້ໄຂບັນດາຫົວເລື່ອງກ່ຽວກັບການຕໍ່ສູ້ກັບອາດຊະຍາກຳ, ກໍລະນີລະເມີດກົດໝາຍເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ບໍ່ວ່າຢູ່ໃນກໍລະນີໃດກໍຕາມ ກໍຕ້ອງຮັກສາຄວາມສະຫງົບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນທົ່ວສັງຄົມ, ສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະ ສ້າງເງື່ອນໄຂສະດວກເພື່ອພັດທະນາປະເທດຊາດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ອວຍ​ພອນ​ປີ​ໃໝ່​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ອວຍພອນປີໃໝ່ ແລະ ມອບຂອງຂວັນໃຫ້ແກ່ກົມຕຳຫຼວດອາຍາ (ພາບ: TTXVN)

ເມື່ອກວດກາວຽກງານປະຕິບັດໜ້າທີ່ ແລະ ອວຍພອນປີໃໝ່ພະນັກງານ, ນັກຮົບ ກົມປ້ອງກັນຄວາມສະຫງົບພາຍໃນປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ:

        “ບັນດາພະນັກງານ, ນັກຮົບ ໄດ້ເຊື່ອມຊຶມນ້ຳໃຈ “ເປັນເຈົ້າການປ້ອງກັນຄວາມສະຫງົບ” ໃນນັ້ນ, ມີການຮັບປະກັນຄວາມສະຫງົບປອດໄພຢ່າງສິ້ນເຊິງໃຫ້ແກ່ກອງປະຊຸມໃຫຍ່ທຸກຂັ້ນ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ບໍ່ປະໃຫ້ເກີດກໍລະນີສັບສົນ. ນີ້ແມ່ນຜົນສຳເລັດອັນພົ້ນເດັ່ນກົມປ້ອງກັນຄວາມສະຫງົບພາຍໃນປະເທດ ໄດ້ສົມທົບກັບກຳລັງອື່ນໆຜັນຂະຫຍາຍຢ່າງຄົບຊຸດ, ປະຕິບັດບັນດາມາດຕະການ, ແບບວິທີ, ແຜນການທາງວິຊາການຢ່າງຂ້ຽວຂາດ.”

        ເມື່ອລົງຢ້ຽມຢາມກອງບັນຊາການກຳລັງອາລັກຂາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍຕັກເຕືອນວ່າ ກອງບັນຊາການກຳລັງອາລັກຂາຄວນສ້າງ ແລະ ປັບປຸງບັນດາແບບວິທີປ້ອງກັນໃຫ້ສົມບູນແບບ, ຕິດຕາມທຸກເປົ້າໝາຍ, ທຸກບໍລິເວນຢ່າງໃກ້ຊິດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ອວຍ​ພອນ​ປີ​ໃໝ່​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ - ảnh 2ຄູຝຶກທິມບານເຕະແຫ່ງຊາດ ຫວຽດນາມ Park Hang – seo ໄດ້ຮັບຂອງຂວັນປີໃໝ່ຈາກທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VFF)

        ກໍເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍໄດ້ ມອບຂອງຂວັນ ແລະ ອວຍພອນປີໃໝ່ ທ່ານຫົວໜ້າຄູຝຶກທິມບານເຕະແຫ່ງຊາດ ຫວຽດນາມ Park Hang – seo.  

ຕອບກັບ

ຂ່າວ/ບົດ​ອື່ນ