ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ກັບ​ມາຢ້ຽມ​ຢາມ ອາ​ເມ​ລິ​ກາ

(VOVWORLD) - ວັນທີ 07 ເມສາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຈະຢ້ຽມຢາມ ອາເມລິກາ ແລະ ມີການເຈລະຈາກັບທ່ານປະທານາທິບໍດີ Donald Trump. 

ນີ້ແມ່ນການຢ້ຽມຢາມ ອາເມລິກາ ຄັ້ງທີ 2 ຂອງການນຳລັດຖະບານ ອິດສະຣາແອັນ ນັບແຕ່ເມື່ອທ່ານປະທານາທິບໍດີ Trump  ຂຶ້ນກຳອຳນາດນຳພາປະເທດ ອາເມລິກາ ເມື່ອເດືອນມັງກອນ.

        ຕາມຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ, ເນື້ອໃນຈຸດສຸມຂອງການເຈລະຈາລະຫວ່າງການນຳ 2 ປະເທດ ແມ່ນບັນຫາພາສີ ເຊິ່ງ ອາເມລິກາ ຫາກໍ່ປະກາດຈັດວາງສຳລັບຫຼາຍປະເທດ, ໃນນັ້ນ ມີ ອິດສະຣາແອັນ. ໄປຄຽງຄູ່ກັນນັ້ນ, ການນຳສອງທ່ານກໍໄດ້ສຸມໃສ່ປຶກສາຫາລືກ່ຽວກັບຄວາມມານະພະຍາຍາມບັນລຸໄດ້ຂໍ້ຕົກລົງແລກປ່ຽນຕົວປະກັນກັບກຳລັງ ຮາມາດສ; ສາຍພົວພັນລະຫວ່າງ 2 ປະເທດພັນທະມິດຂອງ ອາເມລິກາ ຢູ່ຕາເວັນອອກກາງ ນັ້ນແມ່ນ ອິດສະຣາແອັນ ແລະ ຕວັກກີ; ມາດຕະການຮັບມືກັບ ອີຣານ ແລະ ການສູ້ຢັນກັນກັບສານອາຍາສາກົນ (ICC).

        ດ້ວຍການຢ້ຽມຢາມ ວໍຊິງຕັນ ຄັ້ງທີ 2 ນີ້, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Netanyahu ກໍກາຍເປັນປະມຸກລັດຕ່າງປະເທດຄົນທຳອິດທີ່ມີການພົບປະກັບທ່ານປະທານາທິບໍດີ Donald Trump ນັບແຕ່ເມື່ອຜູ້ນຳທຳນຽບຂາວປະກາດແຜນການຈັດວາງພາສີສຳລັບສິບປະເທດໃນວັນທີ 02 ເມສາ.

ບ໊າທີ - ນັກຂ່າວ VOV ປະຈຳ ອີຢິບ

      

ຕອບກັບ

ຂ່າວ/ບົດ​ອື່ນ