ທ່ານນາຍົກລັດຖະມົນຕີກວດກາວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 36

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ກວດກາວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ເຊິ່ງຈະດຳເນີນໃນວັນທີ 26 ມິຖຸນາ.

ທ່ານນາຍົກລັດຖະມົນຕີກວດກາວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ້ກວດກາວຽກງານກະກຽມໃຫ້ແກ່ກອງປະຊຸມ

(ພາບ: VGP)

ຕອນບ່າຍວັນທີ 25 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ກວດກາວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ເຊິ່ງຈະດຳເນີນໃນວັນທີ 26 ມິຖຸນາ. ໃນສະພາບໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນຢູ່ໃນໂລກ, ກອງປະຊຸມຄັ້ງນີ້ດ້ວຍການເຂົ້າຮ່ວມຂອງການນຳ 10 ປະເທດອາຊຽນ ໄດ້ດຳເນີນຕາມຮູບແບບອອນລາຍຢູ່ແຕ່ລະປະເທດ. ຄາດວ່າ, ໃນວາລະໄຂກອງປະຊຸມ, ຈະມີແຂກຖືກເຊີນຢູ່ພາຍໃນປະເທດ ແລະ ຕ່າງປະເທດປະມານ 300 ທ່ານ, ນອກນັ້ນ ຍັງມີນັກຂ່າວຢູ່ພາຍໃນ ແລະ ຕ່າງປະເທດປະມານ 200 ຄົນເຂົ້າຮ່ວມລົງຂ່າວອີກ.

ຕອບກັບ

ຂ່າວ/ບົດ​ອື່ນ