ທ່ານນາຍົກລັດຖະມົນຕີຕ້ອນຮັບເອກອັກຄະລັດຖະທູດ ປານາມາ ແລະ ບັງກຼາເທດມາຮັບໜ້າທີ່ການທູດຢູ່ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ
ຕ້ອນຮັບທ່ານເອກອັກຄະລັດຖະທູດສ.ປານາມາ
(ພາບ: VGP)
(vovworld) – ທີ່ສຳນັກງານລັດຖະບານ, ຕອນບ່າຍວັນທີ 21/01, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດສ.ປານາມາ Servio Sammodio. ຊົມເຊີນທ່ານເອກອັກຄະລັດຖະທູດປານາມາ ມາຮັບໜ້າທີ່ການທູດຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ, ບົນພື້ນຖານການຮ່ວມມືດ້ານການເມືອງ, ການທູດອັນດີງາມລະຫວ່າງ 2 ປະເທດ, ຫວຽດນາມ ແລະ ປານາມາ ຕ້ອງຊຸກຍູ້ບັນດາຂົງເຂດຮ່ວມມືທີ່ຍັງມີຄວາມສາມາດບົ່ມຊ້ອນໃຫ້ຫຼາຍກວ່າອີກ, ໃນນັ້ນມີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ 2 ຝ່າຍລົງນາມໃນສັນຍາສົ່ງເສີມ ແລະ ປົກປ້ອງການລົງທຶນ; ສັນຍາຕ້ານການເກັບພາສີຊ້ອນໂດຍໄວ; ເພີ່ມທະວີການສົມທົບກັນ, ສະໜັບສະໜູນຫຼັກໝັ້ນເປັນທຳຂອງກັນໃນເວທີປາໄສສາກົນ ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ ກໍ່ຄືແລກປ່ຽນຄະນະຜູ້ແທນທຸກຂັ້ນກວ່າອີກ ເພື່ອແນໃສ່ເພີ່ມທະວີຄວາມ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ
ຕ້ອນຮັບທ່ານເອກອັກຄະລັດຖະທູດບັງກຼາເທດ
(ພາບ: VGP)
ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດບັງກຼາເທດ Shahab, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢືນຢັນວ່າ, ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບບັງກຼາເທດ ສືບຕໍ່ນຳການພົວພັນຮ່ວມມື 2 ຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກໃນທຸກຂົງເຂດ, ໂດຍສະເພາະແມ່ນໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ທ່ອງທ່ຽວ, ແລກປ່ຽນປະຊາຊົນ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ລັດຖະບານຫວຽດນາມ ຊົມເຊີຍເລື່ອງຕ້ອນຮັບທ່ານປະທານາທິບໍດີບັງກຼາເທດ ມາຢ້ຽມຢາມຫວຽດນາມ ໂດຍໄວ.