ທ່ານນາຍົກລັດຖະມົນຕີພົບປະ, ຂອບໃຈບັນດາຄູ່ຮ່ວມມືສາກົນທີ່​ໄດ້ໜູນຊ່ວຍ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ທີ່ພິທີ, ບັນດາຄູ່ຮ່ວມມືສາກົນລ້ວນແຕ່ຕີລາຄາສູງຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງ ຫວຽດນາມ, ໂດຍສະເພາະແມ່ນການປະຕິບັດຍຸດທະສາດສັກວັກຊິນ ບັນລຸຜົນສຳເລັດ.
ທ່ານນາຍົກລັດຖະມົນຕີພົບປະ, ຂອບໃຈບັນດາຄູ່ຮ່ວມມືສາກົນທີ່​ໄດ້ໜູນຊ່ວຍ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ກ່າວຄຳເຫັນທີ່ການພົບປະ
(ພາບ: TTXVN)

ຕອນບ່າຍວັນທີ 14 ມີນາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໄດ້ເຂົ້າຮ່ວມພິທີພົບປະ, ຂອບໃຈບັນດາຄູ່ຮ່ວມມືສາກົນທີ່ໄດ້ໜູນຊ່ວຍ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໂດຍກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບອົງການສະຫະຊາຊາດ ປະຈຳ ຫວຽດນາມ ຈັດຂຶ້ນ.

ທີ່ພິທີ, ບັນດາຄູ່ຮ່ວມມືສາກົນລ້ວນແຕ່ຕີລາຄາສູງຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງ ຫວຽດນາມ, ໂດຍສະເພາະແມ່ນການປະຕິບັດຍຸດທະສາດສັກວັກຊິນ ບັນລຸຜົນສຳເລັດ. ມາຮອດປະຈຸບັນ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນຈຳນວນຫຼາຍປະເທດທີ່ອັດຕາຜູ້ສັກວັກຊິນຫຼາຍທີ່ສຸດໃນໂລກ.

ໂດຍຕາງໜ້າໃຫ້ພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ຜ່ານບັນດາເອກອັກຄະລັດຖະທູດ, ອຸປະທູດຫຼາຍປະເທດ, ອົງການຈັດຕັ້ງສາກົນ ເຂົ້າຮ່ວມພິທີ ແລະ ຜູ້ແທນເຂົ້າຮ່ວມການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ  ໄດ້ສົ່ງຄຳຂອບໃຈຢ່າງຈິງໃຈທີ່ສຸດກ່ຽວກັບການຮ່ວມເດີນທາງ, ບັນດາການປະກອບສ່ວນ, ການໜູນຊ່ວຍ, ການກະທຳທີ່ແທດຈິງ, ທັນການສຳລັບ ຫວຽດນາມ ໃນພາລະກິດປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນຕະຫຼອດ 2 ປີຜ່ານມາ. ປີ 2022, ຫວຽດນາມ ສູ້ຊົນແມ່ນປີໄຊຊະນະຕໍ່ໂລກລະບາດ, ຫັນເປັນປົກກະຕິເທື່ອລະກ້າວ, ຊຸກຍູ້ການຟື້ນຟູຢ່າງໄວ, ການພັດທະນາເສດຖະກິດ - ສັງຄົມແບບຍືນຍົງ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ