ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງຍຸດຕິທຳອີຕາລີ
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ
ຕ້ອນຮັບລັດຖະມົນຕີກະຊວງຍຸດຕິທຳອີຕາລີ
(ພາບ: TTXVN)
(vovworld)- ຕອນບ່າຍ ວັນທີ 27/10, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບ ທ່ານ Andrea Orlando ລັດຖະມົນຕີກະຊວງຍຸດຕິທຳອີຕາລີ ແລະ ພະນັກງານຂັ້ນສູງກະຊວງຍຸດຕິທຳອີຕາລີ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ຫວຽດນາມ. ນະທີ່ນີ້, ທ່ານ ນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ ກະຊວງຍຸດຕິທຳສອງປະເທດ ສືບຕໍ່ແລກປ່ຽນບົດຮຽນ ກ່ຽວກັບການກໍ່ສ້າງລະບອບ, ການຮ່ວມມືບຳລຸງສ້າງພະນັກງານຕຸລາການ. ທ່ານ ນາຍົກລັດຖະມົນຕີ ສະເໜີ ອີຕາລີ ຕັ້ງໜ້າຊຸກຍູ້ EU ເຊັນ ແລະ ສັດຕະຍາບັນ ສັນຍາການຄ້າເສລີ ຫວຽດນາມ-EU (EEVFTA) ໂດຍໄວ. ທ່ານ ນາຍົກລັດຖະມົນຕີ ເນັ້ນໜັກວ່າ: ລັດຖະບານຫວຽດນາມ ຈະສະໜັບສະໜູນບັນດາວິສາຫະກິດອີຕາລີ ທີ່ດຳເນີນທຸລະກິດຍາວນານ ແລະ ຜັນຂະຫຍາຍບັນດາໂຄງການທີ່ມີປະສິດທິຜົນ ຢູ່ຫວຽດນາມ, ເປັນຕົ້ນແມ່ນບັນດາຂົງເຂດທີ່ອີຕາລີ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ.
ສ່ວນ ທ່ານ ລັດຖະມົນຕີ Andrea Orlando ໃຫ້ຮູ້ວ່າ: ໃນການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ຫວຽດນາມ, ກະຊວງຍຸດຕິທຳສອງປະເທດ ຈະເຊັນບົດບັນທຶກຊ່ວຍຈຳການຮ່ວມມື, ສ້າງພື້ນຖານ ຜັນຂະຫຍາຍການຮ່ວມມື ໃນຂົງເຂດຕຸລາການ ໃຫ້ມີປະສິດທິຜົນ, ປະກອບສ່ວນເພີ່ມທະວີການພົວພັນ ລະຫວ່າງ ສອງປະເທດ.