ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
ຕ້ອນຮັບທ່ານ Pereric Hogberg ເອກອັກຄະລັດຖະທູດ ຊູແອັດ
(vovworld) – ຕອນບ່າຍວັນທີ 03/11, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານ Pereric Hogberg ເອກອັກຄະລັດຖະທູດ ຊູແອັດ ປະຈຳ ຫວຽດນາມ ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດຮັບໜ້າທີ່ການທູດຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຈົດຈຳ ແລະ ຂອບອົກຂອບໃຈການຊ່ວຍເຫຼືອອັນລ້ຳຄ່າ ເຊິ່ງລັດຖະບານ ແລະ ປະຊາຊົນ ຊູແອັດ ສະຫງວນໃຫ້ ຫວຽດນາມ ໃນຊຸມປີຜ່ານມາ. ມີກິດຈະກຳຫລາຍແຫ່ງ ໂດຍ ຊູແອັດ ໜູນຊ່ວຍກໍ່ສ້າງໄດ້ກາຍເປັນສັນຍາລັກຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ: ໃນອາຍຸການປະຕິບັດໜ້າທີ່ການທູດຂອງຕົນ, ທ່ານເອກອັກຄະລັດຖະທູດ Pereric Hogberg ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ສາຍພົວພັນ ຫວຽດນາມ - ຊູແອັດ. ບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ຈະຕັ້ງໜ້າຮ່ວມມືກັບເອກອັກຄະລັດຖະທູດ ເພື່ອສຳເລັດໜ້າທີ່ການທູດຢູ່ ຫວຽດນາມ ເປັນຢ່າງດີ.
ສ່ວນທ່ານເອກອັກຄະລັດຖະທູດ Pereric Hogberg ໃຫ້ຮູ້ວ່າ: ເມື່ອໄດ້ຮັບໜ້າທີ່ການທູດຢູ່ ຫວຽດນາມ, ທ່ານເອກອັກຄະລັດຖະທູດໄດ້ຮັບໜ້າທີ່ຮັບຜິດຊອບຢ່າງໜັກໜ່ວງຈາກນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ລັດຖະມົນຕີກະຊວງການຄ້າ (ຊູແອັດ) ເພື່ອຊຸກຍູ້ການພົວພັນກັບ ຫວຽດນາມ, ພິເສດແມ່ນໃນຂົງເຂດເສດຖະກິດ.