ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຖະຫວາຍທູບທຽນອາໄລຫາທ່ານປະທານໂຮ່ຈິມີນ

(VOVWORLD) -ເນື່ອງໃນໂອກາດສະເຫລີມສະຫລອງ 89 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈິມີນ ແລະ ໂອກາດຕ້ອນຮັບບຸນເຕັດປີກຸນ 2019, ວັນທີ 1 ກຸມພາ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຖະຫວາຍທູບທຽນ ອາໄລຫາທ່ານປະທານໂຮ່ຈິມີນ ແລະ ການນຳພັກລຸ້ນກ່ອນຈຳນວນຫນຶ່ງ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຖະຫວາຍທູບທຽນອາໄລຫາທ່ານປະທານໂຮ່ຈິມີນ - ảnh 1ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຖະຫວາຍທູບທຽນອາໄລຫາທ່ານປະທານໂຮ່ຈິມີນ

ພາບ:vietnam+ 

ເມື່ອຖະຫວາຍທູບທຽນອາໄລຫາທ່ານປະທານໂຮ່ຈິມີນຢູ່ເຮືອນເລກທີ 67 ຊື່ງແມ່ນບ່ອນທ່ານປະທານໂຮ່ຈິມີນເຖິງແກ່ມໍລະນະກຳກ່ອນນີ້ເຄິ່ງສັດຕະວັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ເຂດປູຊະນີຍະສະຖານປະທານໂຮ່ຈິມີນ ຢູ່ ທຳນຽບປະທານປະເທດ ຄວນສືບຕໍ່ໂຄສະນາ, ເຜີຍແຜ່ແນວຄວາມຄິດ, ຄຸນສົມບັດປະຕິວັດຂອງປະທານໂຮ່ຈິມີນ ກໍ່ຄືຄຳພິໄນກຳຂອງເພີ່ນເຖິງແຂກທ່ອງທ່ຽວເມື່ອມາຢ້ຽມຢາມເຂດປູຊະນີຍະສະຖານນີ້.

ຕອບກັບ

ຂ່າວ/ບົດ​ອື່ນ