ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບປະທານສະພາສູງແລະປະທານສະພາແຫ່ງຊາດກຳປູເຈຍ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບປະທານສະພາສູງກຳປູເຈຍ Xay Chhum
ພາບ:baomoi
|
(vovworld) - ໃນຂອບເຂດການຢ້ຽມຢາມລາຊະອານາຈັກກຳປູເຈຍ ຢ່າງເປັນທາງການ, ຕອນບ່າຍວັນທີ 25/4, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບປະທານສະພາສູງກຳປູເຈຍ Xay Chhum ແລະ ປະທານສະພາແຫ່ງຊາດ ກຳປູເຈຍ Heng Xom rin. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາວ່າ ສະພາສູງ ແລະ ສະພາແຫ່ງຊາດ ກຳປູເຈຍ ສືບຕໍ່ເອົາໃຈໃສ່, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການ ລົງທຶນ ຫວຽດນາມ - ກຳປູເຈຍ, ສົມທົບກັນຍູ້ແຮງເພື່ອສຳເລັດວຽກງານຂີດຂັ້ນຊາຍແດນ ແລະ ປັກຫລັກໝາຍຊາຍແດນທາງບົກລະຫວ່າງສອງປະເທດສຳເລັດໂດຍໄວກໍຄືສືບຕໍ່ສ້າງເງື່ອນໄຂກ່ຽວກັບພື້ນຖານນິຕິກຳຊ່ວຍໃຫ້ຊາວຫວຽດນາມ ຢູ່ ກຳປູເຈຍ ມີຄວາມອຸ່ນອ່ຽນໃຈທຳມາຫາກິນ ແລະ ດຳລົງຊີວິດເປັນປົກກະຕິຢູ່ ກຳປູເຈຍ.
ເນື່ອງໃນໂອກາດສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ກຳປູເຈຍ ( 24/6/1967-4/6/2017), ສອງຝ່າຍເຫັນດີຕັ້ງຫນ້າສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫລີມສະຫລອງເຫດການສຳຄັນນີ້ ແລະ ເນັ້ນຫນັກວ່າ ນີ້ຈະແມ່ນໂອກາດເພື່ອໃຫ້ປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນຫນຸ່ມມີຄວາມເຂົ້າໃຈຢ່າງຖືກຕ້ອງ ແລະ ມີຄວາມຮັບຜິດຊອບໃນການຮັກສາການພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ.