ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນຫ໋າຍຟ່ອງ
ທ່ານຫງວຽນຊວນຟຸກ ທີ່ການພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ຫາຍຟ່ອງ
|
(vovworld)- ເພື່ອປະຕິບັດແຜນການພົບປະ ກັບຜູ້ມີສິດເລືອກຕັ້ງ ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຊຸດທີ 14, ຕອນເຊົ້າ ວັນທີ 25/11, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດນະຄອນຫ໋າຍຟ່ອງ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງ ເມືອງຫ໋າຍອານ, ລາຍງານໝາກຜົນກອງປະຊຸມ, ຮັບຟັງ ແລະ ຕອບບັນດາຄຳເຫັນ, ຂໍ້ສະເໜີແນະ ຂອງຜູ້ມີສິດເລືອກຕັ້ງ. ນະທີ່ນີ້, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮັບເອົາບັນດາຂໍ້ສະເໜີແນະຢ່າງຈິງໃຈ ແລະ ມີຄວາມຮັບຜິດຊອບ ຂອງຜູ້ມີສິດເລືອກຕັ້ງ ກ່ຽວກັບບັນດາບັນຫາໃຫຍ່ຂອງປະເທດ ກໍ່ຄືບັນດາບັນຫາລະອຽດ ທີ່ຕິດແທດກັບການດຳລົງຊີວິດ ຂອງປະຊາຊົນ. ດ້ວຍທີ່ຕັ້ງສຳຄັນ, ສະດວກໃຫ້ແກ່ການພັດທະນາເສດຖະກິດ, ການແລກປ່ຽນຄ້າຂາຍ, ການສົ່ງອອກ-ນຳເຂົ້າ ຂອງນະຄອນຫ໋າຍຟ່ອງ, ທ່ານ ນາຍົກລັດຖະມົນຕີ ປາດຖະໜາວ່າ: ນະຄອນຄວນໝູນໃຊ້, ເສີມຂະຫຍາຍທ່າແຮງ ກ່ຽວກັບທີ່ຕັ້ງພູມສາດ, ມູນເຊື້ອອັນສະຫງ່າລາສີເປັນຢ່າງດີ ເພື່ອສືບຕໍ່ສ້າງສາ ແລະ ພັດທະນານະຄອນ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ. ກ່ຽວກັບໂຄງການຈຸດໝາຍແຫ່ງຊາດ ກໍ່ສ້າງຊົນນະບົດໃໝ່ ຢູ່ຫ໋າຍຟ່ອງ, ທ່ານ ນາຍົກລັດຖະມົນຕີ ຢັ້ງຢືນວ່າ: ພັກ, ລັດ ຍາມໃດກໍ່ຖືໂຄງການ ແມ່ນບຸລິມະສິດພິເສດ ແລະ ຈະສະຫງວນແຫຼ່ງກຳລັງ ອັນເຂັ້ມແຂງ ເພື່ອປະຕິບັດໂຄງການນີ້, ດັ່ງນັ້ນ ບັນດາຂະແໜງການຂັ້ນຕ່າງໆ ຂອງນະຄອນຄວນສືບຕໍ່ຜັນຂະຫຍາຍຢ່າງຂ້ຽວຂາດ ແລະ ມີປະສິດທິຜົນ.