ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບຜູ້ມີສິດເລືອກຕັ້ງຫາຍຟ່ອງ

(VOVWORLD) -ບັນດາຜູ້ມີສິດເລືອກຕັ້ງໄດ້ສະແດງຄວາມສົນໃຈກ່ຽວກັບບັນດາບັນຫາການຜັນຂະຫຍາຍໜ້າທີ່ເພື່ອປະຕິບັດສຳເລັດຄາດໝາຍພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ ແລະ ຫາຍຟ່ອງ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບຜູ້ມີສິດເລືອກຕັ້ງຫາຍຟ່ອງ - ảnh 1ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບຜູ້ມີສິດເລືອກຕັ້ງຫາຍຟ່ອງ

(ພາບ: VGP)

ຕອນເຊົ້າວັນທີ 16 ມິຖຸນາ, ຢູ່ເມືອງ ອານເຢືອງ, ນະຄອນຫາຍຟ່ອງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດນະຄອນຫາຍຟ່ອງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ, ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ 14.

        ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງໄດ້ສະແດງຄວາມສົນໃຈກ່ຽວກັບບັນດາບັນຫາການຜັນຂະຫຍາຍໜ້າທີ່ເພື່ອປະຕິບັດສຳເລັດຄາດໝາຍພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ ແລະ ຫາຍຟ່ອງ, ການປະຕິບັດບັນດາກົດໝາຍເຊິ່ງໄດ້ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ແລະ ບັນດາບັນຫາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ການປະຕິຮູບການບໍລິຫານຕິດພັນກັບການປະຕິວັດເຕັກໂນໂລຊີ 4.0…

        ເຫັນດີກັບບັນດາຜູ້ມີສິດເລືອກຕັ້ງກ່ຽວກັບເລື່ອງບົດບາດທີ່ຕັ້ງຂອງປະເທດຊາດນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຢ້ຳຄືນເລື່ອງ ຫວຽດນາມ ຫາກໍ່ໄດ້ຮັບການເລືອກຕັ້ງເຂົ້າຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ດ້ວຍບັດເຫັນດີສູງສຸດ. ພ້ອມກັບການພັດທະນາປະເທດຊາດ, ຫາຍຟ່ອງ ກໍ່ມີບັນດາບາດກ້າວພັດທະນາຢ່າງແຮງ, ໃນນັ້ນຄວນມີຄວາມເອກອ້າງທະນົງໃຈກ່ຽວກັບການສ້າງຕັ້ງໂຮງງານຜະລິດລົດໂອໂຕເຊິ່ງເປັນເຄື່ອງໝາຍການຄ້າຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ